ພົບປະ​ຫາ​ລື​ບັນ​ຫາ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ​ຈີນ-ອາ​ເມ​ລິ​ກາ​​ເທື່ອ​ທຳ​ອິດ​ຢູ່​ວໍ​ຊິງ​ຕັນ
2017-09-29 15:03:00  cri 
ງານ​​ພົບ​ປະ​ຫາ​ລື​ບັນ​ຫາ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ​ຈີນ-ອາ​ເມ​ລິ​ກາ​​ເທື່ອທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 28 ກັນ​ຍາ​ນີ້, ໂດຍ​ທ່ານ​ນາງ​ຫຼິວ​ຢຽນ​ຕຸ່ງ​ແລະທ່ານ​ເຣກສ໌ ຕີວ​ເລີຊັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາເປັນ​ປະ​ທານ​ຮ່ວມ.

ທ່ານ​ນາງ​ຫຼິວ​ຢຽນ​ຕຸ່ງ​ກ່າວ​ວ່າ, ສອງ​ຝ່າຍ​ຄວ​ນ​ເຮັດ​​ໃຫ້​ການ​ຫາ​ລື​ຄັ້ງ​ນີ້​ບັນ​ລຸ​ຜົນ​ຕົວ​ຈິງ​ດີ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​​ປະ​ສົບ​ຜົນ​ສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ-ອາ​ເມ​ລິ​ກາ​ແລະ​ງານ​ພົບ​ປະ​ຫາ​ລື​ບັນ​ຫາປະ​ດິດ​ສ້າງ​ໃໝ່​ໃຫ້​ດີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​​ຂະ​ແໜງ​ການ​ສິ​ລະ​ປະ, ຫໍ​ພິ​ພິ​ທະ​ພັນ​ແລະ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ແລະ​ອື່ນໆ, ຊຸກ​ຍູ້​ໃຫ້​ຂະ​ແໜງການ​ປິ່ນ​ປົວ​ແລະ​ສາ​ທາ​ລະ​ນະ​ສຸກ​ຂອງ​ສອງ​ຝ່າຍ​ສ້າງ​ສາຍ​ພົວ​ພັນຄູ່​ຮ່ວມ​ມື. ຂະ​ນະ​ທີ່​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊາວ​ໜຸ່ມ​ແລະ​ແມ່​ຍິງ, ​ຄວນ​ຊ່ວຍ​ສ້າງວຽກ​ເຮັດ​ງານ​ທຳ, ການ​ປະ​ດິດ​ສ້າງ​ໃໝ່​ແລະ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ແລະ​ອື່ນໆໃຫ້​ຫຼາຍກວ່າ​ເກົ່າ.

ທ່ານ ຕີວ​ເລີຊັນ ກ່າວ​ວ່າ, ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​​ສູງ​ຕໍ່​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ກັບ​ຈີນ, ແລະຍິນ​ດີ​ຮ່ວມ​ກັບ​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ງານ​ພົບ​ປະ​ຫາ​ລື​ຄັ້ງ​ນີ້​ໃຫ້​ດີ​ແລະ​ບັນ​ລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ