ໄຂງານ​ວາງ​ສະ​ແດງ​ເຄື່ອງ​ປັ້ນ​ດິນ​ເຜົາ​ສົ່ງ​ອອກ​ແລະ​ເຮືອ​​ບູ​ຮານທີ່​ຈົມ​​ຢູ່ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​
2017-09-29 16:54:28  cri 

ງານ​ວາງ​ສະ​ແດງ​ເຄື່ອງ​ປັ້ນ​ດິນ​ເຜົາ​ສົ່ງ​ອອກ​ແລະ​ເຮືອ​ບູ​ຮານ​ທີ່​ຈົມ​ຢູ່ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​--ປະ​ເທດ​ຈີນ​ກັບ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ນານ​ກິ່ງ​ໃນ​ວັນ​ທີ 28 ກັນ​ຍາ​ນີ້. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​​ທີ່ປະ​ເສີດ 300 ກວ່າ​ອັນ​ທີ່​ຄົ້ນ​ພົບ​ຢູ່​ເຮືອ​​ທີ່ຈົມ​ຢູ່​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ແລະ​ຮ່ອງ​ຮອຍ​ປະ​ຫວັດ​ສາດ​ທີ່​ກ່ຽວ​ຂ້ອງ, ເພື່ອ​ແນະ​ນຳ​ປະ​ຫວັດ​ສາດ​ຂອງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​​ໃນ​ສະ​ໄໝ​ບູ​ຮານ​ຈີນ​​ດ້ານການ​ຄົມ​ມະ​ນາ​ຄົມ​ທາງ​ທະ​ເລ, ເຕັກ​ນິກ​​ການ​ກໍ່ສ້າງ​ເຮືອ​ແລະ​ການ​ເດີນ​ເຮືອ​ທາງ​ທະ​ເລ, ການ​ສົ່ງ​ອອກ​ເຄື່ອງ​ປັ້ນ​ດິນ​ເຜົາ, ການ​ໄປ​ມາ​ຫາ​ສູ່​ກັນ​​ຂອງ​ບຸກ​ຄົນ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ອື່ນໆ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ