ສູນ​ຂ່າວ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 19 ຂ​ອງພັກ​ກອມ​ມູນິດ​ຈີນຈະ​​ເລີ່​ມເປີດ​ບໍລິການນັບ​ແຕ່​ວັນ​ທີ 11 ຕຸລາ​ນີ້​ເປັນ​ຕົ້ນ​ໄປ
2017-09-29 15:17:16  cri 
ສູນ​ຂ່າວ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ຕັ້ງ​ຢູ່​​ໂຮງ​ແຮມ​ເມ​ດີ​ຢາ​ປັກ​ກິ່ງ ຈະ​​ເລີ່​ມເປີດ​ບໍລິການ​ໃນວັນ​ທິ 11 ຕຸລາ​ນີ້ ​ໂດຍ​ເຈົ້າ​ໜ້າທີ່ສູນ​ຂ່າວຈະ​ຊ່ວຍ​​ນັກ​ຂ່າວ​ຈາກ​ເຂດບໍລິຫານພິ​ເສດ​ຮົງ​ກົງ, ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ, ​ເຂດ​ໄຕ້​ຫວັນ ​ແລະ​ນັກ​ຂ່າວ​ຕ່າງ​ປະ​ເທດ​​ເຮັດ​ໃບ​ຢັ້ງຢືນ, ການ​ຂໍ​ສຳ​ພາດ, ຈັດ​ຕັ້ງພິທີ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ, ອຳນວຍ​ຄວາມ​ສະດວກ​ໃນ​ການ​ສຳພາດຂອງ​ບັນດາ​ນັກ​ຂ່າວ ​ກໍ​ຄື​ເປີດ​​​ເວັບ​ໄຊທາງ​ການ​ ​ແລະ​ວີ​ແຊດ​ຂອງສູນ​ຂ່າວ​, ​ເພື່ອ​ສະໜອງ​​ຂໍ້​ມູນ ​ແລະ​ຮັບປະກັນ​ເຕັກນິກ​ໃຫ້​ນັກ​ຂ່າວ​ສາມາດລາຍ​ງານຂ່າວ​ໂດຍ​ປົກກະຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ