ເຂດ​ເສດຖະກິດ​ພິ​ເສດ​ລາວນຳ​ເອົາກົນ​ຈັກ ​ແລະວັ​ດສະດຸ​ຈາກ​ຈີນ​ເປັນ​ອັນ​ດັບ 1
2017-09-29 17:57:27  cri 
​ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສະບັບວັນ​ທີ 26 ກັນຍາ​ນີ້ລາຍ​ງານວ່າ: ​ເຈົ້າ​ໜ້າ​ທີ່ລັດຖະບານ​ລາວ​ຊີ້​ໃຫ້​ເຫັນ​ວ່າ: ກາ​ນພັດ​ທະນາ​ເຂດ​ເສດຖະກິດ​ພິ​ເສດ​​ຢູ່ລາວ​ຍັງ​ຢູ່​ໄລຍະ​ເບື້ອງ​ຕົ້ນ, ຕ້ອງນຳ​ເຂົ້າ​ອຸ​ປະກອນ​ກົນ​ຈັກ ​ແລະ​ວັດສະດຸຢ່າງ​ຫຼວງ​ຫຼາຍ ​ເພື່ອ​ກໍ່ສ້າງ ​ແລະ​ຜະລິດ​ສິນຄ້າສົ່ງ​ອອກ. ປັດຈຸ​ບັນ, ສາມ​ເຂດ​ເສດ​ຖະກິດ​​ທີ່​ມີປະລິມານ​ນຳ​ເຂົ້າຫຼາຍ​ທີ່​ສຸດ​ແມ່ນ ​ເຂດ​ເສດ​ຖະກິດ​ພັດທະນາກວມລວມ​ໄຊ​ເສດ​ຖາ-ຈີນ, ​ເຂດ​​ເສດຖະກິດ​ພິ​ເສດ​ສະຫວັນ​ນະ​ເຂດ-​ເຊ​​ໂນ ​ແລະ​ເຂດ​ເສດຖະກິດ​ພິ​ເສດ​ສາມ​ລ່ຽມ​ຄຳ. ສຳ​ລັດ 12 ​ເຂດ​​ເສດຖະກິດ​ພິ​ເສດຢູ່​ລາວ, ມີ​ບໍລິສັດ​ລາວ ​ແລະ​ຕ່າງປະ​ເທດ 352 ຫົວໜ່ວຍ​​ເຂົ້າ​ມາ​ລົງທຶນ ​ເຊິ່ງມີທຶນຈົດ​ທະບຽນ 8 ຕື້​ໂດລາ​ສະຫະລັດ. ​ໃນ​ນີ້ 1,6 ຕື້​ໂດ​ລາ​ນຳໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ເຂດ​ເສດຖະກິດ ​ແລະສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ 18.000 ຕຳ​ແໜ່​ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ