ມີ 15 ຄົນ​ເສຍ​ຊີ​ວິດຈາກ​ເຫດ​ ​ຢຽບ​ກັນຂົວ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ເມືອງບອມ​ເບ​ອິນ​ເດຍ
2017-09-29 16:51:29  cri 
    ເຈົ້າ​ໜ້າ​ທີ່​ເມືອງບອມ​ເບ​ປະ​ເທດ​ອິນ​ເດຍ ກ່າວ​ໃນ​ວັນ​ທີ 29 ກັນ​ຍານີ້​ວ່າ, ຢູ່​ເທິງ​ຂົວລອຍ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ເມືອງ​ຕົນ ໄດ້​ເກີດ​ເຫດຢຽບ​ກັນ​ໃນ​ຕອນ​ເຊົ້າ ສົ່ງ​ຜົນ​ເຮັດ​ໃຫ້ 15 ຄົນ​ເສຍ​ຊີ​ວິດ ແລະ 20 ກວ່າ​ຄົນ​ບາດ​ເຈັບ.

    ຂ່າວ​ແຈ້ງວ່າ, ສະ​ຖາ​ນີ​ເກດ​ເຫດ ຕັ້ງ​ຢູ່​ເຂດ​ການ​ຄ້າ​ພາກກາງ​ເມືອງບອມ​ເບ, ເປັນ​ສະ​ຖາ​ນີ​ຕໍ່​ລົດ​ໄຟ​ໃນ​ເມືອງສອ​ງ​ສາຍ ໂດຍ​ມີ​ຜູ້​ໂດຍ​ສານ​​ສັນ​ຈອນໄປ​ມາ​​ໜາ​ແໜ້ນ. ໃນ​​ຂະ​ນະ​ເກີດ​ເຫດ, ​ໄດ້​ເກີດ​ຝົນ​ຕົກ​ໜັກ​ໃນ​ເວ​ລາ​ສັ້ນໆ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​​ເຂົ້າໄປຫຼົບ​ຝົນ​ຢູ່​ໃນ​ສະ​ຖາ​ນີ​ຢ່າງຫຼວງຫຼາຍ, ແຕ່​ຍ້ອນ​ຢ້ານ​ສາຍ​ໄຟ​ຟ້າ​​ຢູ່​ເສົາ​ໄຟ​ຟ້າ​ຊ໊ອດ ຈຶ່ງ​ເກີດ​ຍູ້​ກັນ​ລົ້ມ​ຢູ່​ເທິງ​ຂົວ​​ລອຍນັ້ນ ແລ້ວ​ເກີດ​ເຫດ​ຢຽບ​ກັນ. ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່ຊ່ວຍ​ເຫຼືອ​ໄດ້​ໄປ​ເຖິງ​ຈຸດ​ເກີດ​ເຫດ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ