ໜັງສືພິມວຽງຈັນທາມສ໌ສະບັບວັນທີ 23 ກັນຍານີ້ລາຍງານວ່າ, ຫວ່າງມໍ່ໆນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການສົ່ງເສີມການລົງທຶນ ກ່າວວ່າ, ເພື່ອບັນລຸເປົ້າໝາຍການເຕີບໂຕຂອງ GDP 7% ຕໍ່ປີໃນ 5 ປີຕໍ່ໜ້າ, ປະເທດຕົນຕ້ອງໄດ້ລົງທຶນ 28 ຕື້ໂດລາສະຫະລັດ, ໃນນີ້, 16 ຕື້ໂດລາສະຫະລັດເປັນການລົງທຶນຂອງພາກເອກະຊົນແລະຕ່າງປະເທດ ແລະຫວັງວ່າ, ໜ່ວຍງານສົ່ງເສີມແລະຄຸ້ມຄອງການລົງທຶນແຕ່ລະຂັ້ນພາຍໃນປະເທດຕົນ ຕ້ອງໃຊ້ມາດຕະການອຳນວຍໃຫ້ແກ່ການລົງທຶນສະດວກຫຼາຍຂຶ້ນ ແລະ ປັບປຸງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນ.
ປັດຈຸບັນ, ຈີນເປັນປະເທດໃຫຍ່ອັນດັບໜຶ່ງທີ່ລົງທຶນຢູ່ລາວ.