ປະ​ຊາ​ຊົນ​ຈີນ​ຊົມ​ເຊີຍ​ງານ​ວາງ​ສະ​ແດງ "5 ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກ້າວ​ໜ້າ"
2017-09-27 09:35:53  cri 
ຫວ່າງ​ມໍ່ໆ​ນີ້ ເພື່ອ​ເປັນ​ການ​ຕ້ອ​ນ​ຮັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​​ທົ່ວ​ປະ​ເທດຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ງານ​ວາງ​ສະ​ແດງ​ຂະ​ໜາດ​ໃຫຍ່​ທີ່​ໃສ່​ຊື່​ວ່າ "5 ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກ້າວ​ໜ້າ"ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ວາງ​ສະ​ແດງ​ປັກ​ກິ່ງ ເຊິ່ງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ວາງ​ສະ​ແດງ ແລະ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ແລະ​ຜົນ​ງານ​ອັນ​ຮຸ່ງ​ເຮືອງ​ທີ່​ຈີນ​ໄດ້​ຮັບ​ໃນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ສີ​ວິ​ໄລ​ດ້ານ​ຊີ​ວະ​ພາບ ແລະ​ການ​ຕ່າງ​ປະ​ເທດ​ເປັນ​ຕົ້ນ​ນັບ​ແຕ່​ການ​ໄຂ​ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ. ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ຈຸດ​ເດັ່ນ​ແນວ​ໃດ? ຕໍ່​ໄປ​ມາ​ຟັງ​ການ​ລາຍ​ງານ​ອັນ​ລະ​ອຽດ.

ວັນ​ທີ 26 ກັນ​ຍານີ້​ແມ່ນມື້​ທຳ​ອິດ​ທີ່​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ເປີດ​ປະ​ຕູ​ສູ່ມວນ​ຊົນ, ປະ​ຊາ​ຊົນຢ່າງ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ໄປ​ຊົມ​ການ​ສະ​ແດງ​ ໄດ້​ຮູ້​ກັບ​ຜົນ​ງານ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ທຸກ​ດ້ານ​ຕະ​ຫຼອດ​ໄລ​ຍະ 5 ປີ​ທີ່​ຜ່ານ​ມາ​ໂດຍ​ຜ່ານ​ຈາກ​ຕົວ​ຢ່າງ, ເອ​ກະ​ສານແລະ​ຮູບ​ພາບ​ຕ່າງໆ.

ຢູ່​ເຂດ​ວາງ​ສະ​ແດງ​ທີ່​ຕັ້ງ​ຫົວ​ຂໍ້​ວ່າ "ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​ເພິ່ງ​ພໍ​ໃຈ", ນາງ​ຈ່າງ​ລີ້​ຊິນ ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ປັກ​ກິ່ງ​ມີ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ຫ້ອງ​ຮຽນ​ແບບ​ສະ​ມາດ ໂດຍ​ໄດ້​ນຳ​ໃຊ້​ລະ​ບົບ​ສຶກ​ສາ​ທີ່​ຄວບ​ຄຸມ​ທາງ​ໄກ​ເຮັດ​ໃຫ້ໂຮງ​ຮຽນ​ທີ່​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ກັບ​ໂຮງ​ຮຽນ​ທີ່​ຢູ່​ເຂດ​ຊິ່ນ​ຈ່ຽງ ແລະ​ແຂວງ​ຢຸນ​ນານ​ຂອງ​ຈີນ​ສາ​ມາດ​ຕິດ​ຕໍ່​ພົວ​ພັນ​ກັນ, ເຮັດ​ໃຫ້​ເດັກ​ນ້ອຍ​ທີ່​ຢູ່​ບ່ອນ​ຫ່າງ​ໄກ​ສອກ​ຫຼີກ​ກໍ່​ສາ​ມາດ​ຊົມ​ໃຊ້​ເຖິງ​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ທີ່​ດີ​ຈາກ​ນະ​ຄອນ​ຫຼວງ,ເຮັດ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຮັບ​ໃຊ້​ການ​ສຶກ​ສາ​ໃຫ້​ເປັນ​ທັນ​ສະ​ໄໝ. ນາງ​ຈ່າງ​ລີ​ຊິນ​ກ່າວ​ວ່າ, ໃນ 5ປີ​ທີ່​ຜ່ານ​ມາ ອິນ​ເຕີ​ເນັດ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ເຮັດ​ໃຫ້​ເພິ່ນ​ເອງ​ກໍ່​ກາຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສຶກ​ສາ​ທາງ​ໄກ.

ຢູ່​ເຂດ​ວາງ​ສະ​ແດງ​ທີ່​ມີ​ຫົວ​ເລື່ອງວ່າ: ການ​ສ້າງ​ສາ​ຈີນ​ທີ່​ແຂງ​ແຮງ, ລຸງ​ປາຍ​ຊີ​ກວງ ຄູ​ສອນ​ຜູ້​ທີ່​ອອກ​ບຳ​ນານ​ທີ່​ອາ​ຍຸ 78 ປີ​ຊີ້​ອອກວ່າ, ການ​ປະ​ຕິ​ຮູບ​ລະ​ບົບ​ການ​ປິ່ນ​ປົວ​ພະ​ຍາດ​ເຮັດ​ໃຫ້​ລາຍ​ຈ່າຍ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ສ່ວນ​ບຸກ​ຄົນ​ຫຼຸດ​ໜ້ອຍ​ລົງ, ລຸງບອກວ່າ ດຽວນີ້ ເພິ່ນ​ສົນ​ໃຈ​ນຳ​ການ​ປິ່ນ​ປົວ​ພະ​ຍາດ​ຫຼາຍ ເຊິ່ງ​ເຫັນ​ວ່າ ໃນ 5 ປີ​ທີ່​ຜ່ານ​ມາ ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ຂອງ​ເພິ່ນ​ເອງ​ແມ່ນ​ໄດ້​ຫຼຸດ​ໜ້ອຍ​ລົງ​ເລື້ອຍໆ.

ລຸງ​ບອກວ່າ: "ການ​ໄປ​ກວດ​ພະ​ຍາດ​ບໍ່​ມີ​ບັນ​ຫາ​ແລ້ວ, ດຽວນີ້​ແມ່ນ​ມີ​ການ​ປະ​ກັນ​ໄພ​ປິ່ນ​ປົວ​ພະ​ຍາດ, ເຊັ່ນ​ວ່າຢູ່​ໃນ​ບັດ​ປະ​ກັນ​ໄພ​ປິ່ນ​ປົວ​ພະ​ຍາດ​ມີ 1 ພັນ​ຢວນ, ບັດ​ໃຊ້​ໝົດ​ແລ້ວ ຍັງ​ຊິ​ເພີ່ມ​ໃຫ້, ຕົນ​ເອງ​ພຽງ​ແຕ່​ຈ່າວ 5% ຂອງ​ຄ່າ​ປິ່ນ​ປົວ​ທໍ່​ນັ້ນ, ສະ​ນັ້ນ ຮູ້​ສຶກວ່າ ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ."

ບໍ່​ພຽງ​ແຕ່​ການ​ສຶກ​ສາ​ແລະ​ການ​ປິ່ນ​ປົວ​ພະ​ຍາດ​ທໍ່​ນັ້ນ, ໃນ 5 ປີ​ທີ່​ຜ່ານ​ມາ, ​ຜົນ​ງານ​ທີ່​ໄດ້​ຮັບ​ໃນຂົງ​ເຂດ​ຕ່າງໆ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ຍັງ​ສະ​ແດງ​ໃຫ້​ເຫັນ​ໃນ​ດ້ານ​ລາຍ​ໄດ້​ເພີ່ມ​ຂຶ້ນ, ບຳ​ບັດ​ຄວາມ​ທຸກ​ຍາກ, ແລະ​ການ​ຢູ່​ແບບ​ນະ​ໂຍ​ບາຍ ແລະ​ດ້ານ​ອື່ນໆ​ອີກ​ດ້ວຍ.

ໃນ​ບັນ​ດາ​ປະ​ຊາ​ຊົນ​ຜູ້​ທີ່​ໄປ​ຊົມ​ການ​ວາງ​ສະ​ແດງ ຍັງ​ມີ​ຄົນ​ຕ່າງ​ປະ​ເທດ​ບໍ່​ໜ້ອຍ. ທ່ານ​ລຸກ ຄົນ​ກາ​ນາ​ດາ​ທີ່​ເຮັດ​ວຽກ​ຢູ່​ນະ​ຄອນ​ຊຽງ​ໄຮ້​ໄດ້​ໄປ​ຊົມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໃນ​ໂອ​ກາດ​ທີ່​ໄປ​ການ​ຢູ່​ປັກ​ກິ່ງ. ຢູ່​ເຂດ​ວາງ​ສະ​ແດງ​ກ່ຽວ​ກັບ​ຜົນ​ງານ​ການ​ຕ່າງ​ປະ​ເທດ, ທ່ານ​ລຸກ​ໄດ້​ຊີ້​ໃສ່​ແຜ່ນ​ຮູບ​ທີ່​ກ່າວ​ເຖິງ​ຄວາມ​ຝັນ​ຂອງ​ຈີນ, ແລ້ວບອກ​ນັກ​ຂ່າວ​ດ້ວຍ​ພາ​ສາ​ຈີນ​ທີ່​ລຽນ​ໄຫຼວ່າ:

ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ການ​ອະ​ທິ​ບາຍ​ກ່ຽວ​ກັບ​ຄວາມ​ຝັນ​ຂອງ​ຈີນ​ທີ່​ສະ​ເໜີ​ອອກ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ ເຫັນ​ວ່າ ຄວາມ​ຝັນ​ແບບນີ້​ກໍ່​ຄື​ຄວາມ​ຝັນ​ຂອງ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ຂອງ​ໂລກ ເຊິ່ງ​ສະ​ແຫວງ​ຫາ​ສັນ​ຕິ​ພາບ, ຄວາມ​ສຸກ ແລະ​ການ​ຮ່ວມ​ມື.

ຈາກ​ຊີ​ວິດ​ການ​ເປັນ​ຢູ່​ຮອດ​ການ​ຕ່າງ​ປະ​ເທດ, ຈາກ​ເສດ​ຖະ​ກິດ​ຮອດ​ການ​ປົກ​ຄອງ​ປະ​ເທດ​ດ້ວຍ​ກົດ​ໝາຍ, ຮູບ​ພາບ, ວິ​ດີ​ໂອ, ຕົວ​ຢ່າງ​ທີ່​ລະ​ອຽດ​ຕ່າງໆ​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ພາ​ສາ​ລະ​ກິດ​ຂອງ​ພັກ​ແລະ​ລັດ​ຖະ​ບານ​ໃນ 5 ປີ​ມານີ້, ຍັງ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຕື່ນ​ເຕັ້ນ​ທີ່​ສຸດ. ຢູ່​ເຂດ​ທີ່​ປະ​ກອບ​ຄຳ​ເຫັນ​, ໄດ້​ເຫັນ​ປະ​ຊາ​ຊົນ​ຜູ້​ທີ່​ໄປ​ຊົມ​ການ​ວາງ​ສະ​ແດງ​ນັ້ນ​ກຳ​ລັງ​ລຽນ​ແຖວ​ກັນ​ລໍ​ຖ້າ​ຂຽນ​ຄຳ​ເຫັນ​ຂອງ​ຕົນ​ເອງ, ເວ​ລາ​ບໍ່​ຮອດມື້​ໜຶ່ງກໍ່​ໄດ້​ຮັບ​ຄຳ​ເຫັນ​ຫຼາຍ​ພັນ​ຂໍ້, ຄົນ​ທັງ​ຫຼາຍ​ພາ​ກັນ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ປະ​ເທດ​ຊາດ​ຂອງ​ຕົນ​ເອງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ