ສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນຂົງຈືໂລກ ຄົບຮອບ 13 ປີ
2017-09-30 18:02:46  cri 


(ສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນຂົງຈືໂລກ ຄົບຮອບ 13 ປີ)




ງານສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນຂົງຈືໂລກ ຄົບຮອບ 13 ປີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ກັນຍາ 2017 ນີ້ ທີ່ມະຫາວິທະຍາໄລແຫ່ງຊາດລາວ
ຈັດໂດຍສະຖາບັນຂົງຈື ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ, ມີທ່ານ ນາງ ຍອນວິໄລ
ໄຊຍະເລີດ ຜູ້ອໍານວຍການສະຖາບັນຂົງຈື (ຝ່າຍລາວ), ທ່ານ ນາງ ຫຼີຊ່ຽວ ຜູ້ອໍານວຍການສະຖາບັນຂົງຈື (ຝ່າຍຈີນ), ແຂກທີ່ເຊີນ, ບັນດາຄູອາຈານ ແລະ
ນັກສຶກສາສະຖາບັນຂົງຈື, ມີຄູ-ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນອ້ອມຂ້າງເຂົ້າຮ່ວມ 700 ກວ່າຄົນ.

 ທ່ານ ນາງ ຍອນວິໄລ ໄຊຍະເລີດ ອໍານວຍການສະຖາບັນຂົງຈື( ຝ່າຍລາວ) ກ່າວວ່າ: ສະຖາບັນຂົງຈືແຫ່ງທໍາອິດຂອງໂລກໄດ້ສ້າງຕັ້ງຂຶ້ນໃນປີ 2004.
ມາຮອດປັດຈຸບັນໄດ້ຮ່ວມກັບ 140 ກວ່າປະເທດສ້າງຕັ້ງສະຖາບັນຂົງຈືໄດ້ 500 ກວ່າແຫ່ງ, ສ້າງຫ້ອງຮຽນຂົງຈືໄດ້ 1.100 ແຫ່ງ ມີນັກສຶກສາທັງໝົດ
2.100.000 ຄົນ. ສໍາລັບສະຖາບັນຂົງຈືມະຫາວິທະຍາໄລແຫ່ງຊາດລາວໄດ້ສ້າງຕັ້ງຂຶ້ນໃນປີ 2010 ຄຽງຄູ່ກັບການຈັດຕັ້ງກິດຈະກໍາແລກປ່ຽນວັດທະນະ
ທໍາທີ່ຫຼາກຫຼາຍຮູບແບບ, ໃນ 7 ປີ່ຜ່ານມາໄດ້ຈັດຝຶກອົບຮົມພາສາຈີນ ມີນັກສຶກສາເຂົ້າຮຽນຫຼາຍກວ່າ 16.000 ຄົນ. ໄດ້ປະກອບສ່ວນຊ່ວຍເຫຼືອເປີດຫ້ອງ
ຮຽນພາສາຈີນໃຫ້ໂຮງຮຽນມັດທະຍົມ 6 ແຫ່ງ, ຈັດຕັ້ງຝຶກອົບຮົມພາສາຈີນໃຫ້ຄູມັດທະຍົມ, ມີນັກສອບເສັງຫຼາຍກວ່າ 3.700 ຄົນເຂົ້າຮ່ວມການສອບເສັງ
ທຽບລະດັບພາສາຈີນ ທີ່ສະຖາບັນຂົງຈື, ຊ່ວຍຂໍທຶນການສຶກສາໃຫ້ນັກສຶກສາໄປຮຽນຕໍ່ຢູ່ ສປ ຈີນ ຈຳນວນ 70 ຄົນ.ນອກນັ້ນ, ຍັງຈັດຕັ້ງນັກຮຽນໄປທັດສະ
ນະສຶກສາຢູ່ ສປ ຈີນ 200 ຄົນ.
 
ພາຍໃນງານຍັງໄດ້ຈັດສະແດງສິລະປະຈາກຄູ-ອາຈານ ແລະ ນັກສຶກສາລາວ, ວາງສະແດງຮູບພາບຜົນງານຂອງສະຖາບັນຂົງຈືຕະຫຼອດໄລຍະ 7 ປີ,
ວາງສະແດງສິລະປະການຂຽນຕົວໜັງສືຈີນ, ແຕ້ມໜ້າກາກ, ແຕ້ມຮູບ ແລະອື່ນໆ ເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາພັດກັບວັດທະນະທໍາຈີນຢ່າງໄກ້ຊິດ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ