ຈີນ​ຫວຽດ​ນາມ​ເລັ່ງ​ເຊື່ອມ​ຈອດ​ຍຸດ​ທະ​ສາດການ​ພັດ​ທະ​ນາ
2017-09-30 14:54:29  cri 
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ຫວຽດ​ນາມ​ຄັ້ງ​ທີ 10 ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ໃນ​ວັນ​ທີ 28 ກັນ​ຍາ​ນີ້, ​ໂດຍສອງ​ຝ່າຍ​ໄດ້​ຕົກ​ລົງ​ຕັ້ງ​ໜ້າ​ຊຸກ​ຍູ້​​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ເຊື່ອມ​ຈອດ​ກັບ​ແຜນ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ "ຄຸນ​ມິງ-ລາວ​​ກາຍ​-​ຍ່າ​ໂນ້ຍ-​ຮາຍ​ຟອງ-ກວາງ​ນິງ" "ນານ​ນິງ-​ລາງ​ເຊີນ-​ນ່າ​ໂນ້ຍ-​ຮາຍ​ຟອງ-ກວາງ​ນິງ" ແລະ​ວົງ​ເສດ​ຖະ​ກິດ​ອ່າວ​ເບີຍ​ປູ້​ຂອງ​ຫວຽດ​ນາມ, ​ທັງຊຸກ​ຍູ້​ວຽກ​ງານ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ​ສອງ​ຝ່າຍ​ຢ່າງ​ແທ້​ຈິງ.

ທ່ານ​​ເຈີນ​ກ໋ວກ​ແຄງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ​ກ່າວ​ວ່າ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອ​ງ​ປະ​ເທດ​​ບັນ​ລຸ​ຜົນ​ງານ​​ຢ່າງ​ພົ້ນເດັ່ນ, ​ເຊິ່ງ​ເປັນ​ການປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້າ​ນ​ລະ​ຫວ່າງ​ສອງ​ປະ​ເທດ, ແນວ​ໃດ​ກໍ​ດີປະ​ເທດ​ຕົນ​ກໍ​ຍິນ​ດີ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ທີ່​ແທ້​ຈິງ.

ທ່ານ​ກ່າວ​ຢ້ຽ​ນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຫຼາຍ​ປີ​ຜ່ານ​ມາ​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​​ສ້າງສະ​ຖິ​ຕິ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ວິ​ສາ​ຫະ​ກິດ​ຈີນ​​ເຂົ້າ​ໄປລົງ​ທຶນ​ຢູ່​ຫວຽດ​ນາມ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ແລະຈີນ​​ກໍຍິນ​ດີ​ຮ່ວມ​ກັບ​ຫວຽດ​ນາມ, ເຊື່ອມ​ຈອດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ແລະແຜນ​ການ "ສອງ​ແລວ​ທາງ​ແລະ​ອ່າວ​ເສດ​ຖະ​ກິດ" ຂອງ​ຫວຽດ​ນາມ, ລົງ​ເລິກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ