ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ຈະ​ມີຜູ້​ແທນ​​ເຂົ້າ​ຮ່ວມກວ່າ 2.000 ສະ​ຫາຍ
2017-09-30 16:03:24  cri 
​    ມາ​ຮອດ​ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ໄດ້​ສຳ​ເລັດກ​ານ​ເລືອກ​ຕັ້ງ​ຜູ້​ແທນ​ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ບົນ​ພື້ນ​ຖານ​ປະ​ຕິ​ບັດ​ຕາມ​ການ​​ກຳ​ນົດ​ດ້ວຍ​ຄວາມ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ ໂດຍ​ມີ​ຜູ້​ແທນ 2287 ​ສະ​ຫາຍ.

    ຜູ້​ແທນ​ເຫຼົ່າ​ນີ້ ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ຂັ້ນ​ລຸ່ມ​ເຖິງ​ຂັ້ນ​ເທິງ​ໂດຍ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ແລະ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​​ເຕັມ​ສ່ວນ ໂດຍ​ອີງ​ຕາມກົດ​ລະ​ບຽບ​ຂອງ​ພັກ​ແລະ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງສູນ​ກາງ​ພັກ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ບຸກ​ຄະ​ລາ​ກອນ​ທີ່​ດີມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເຂັ້ມ​ງວດ.

    ໂດຍ​ລວມ​ແລ້ວ, ຜູ້​ແທນ​ທີ່​ຖືກ​ເລືອກ​ຕັ້ງ ແມ່ນ​ສອດ​ຄ່ອງ​ກັບ​ມາດ​ຖານເງື່ອ​ນ​ໄຂ​ທີ່​ສູນ​ກາງ​​ພັກກຳ​ນົດ, ມີ​ຄຸນ​​ທາດການ​ເມືອງ​ໜັກ​ແໜ້ນ ແລະ ​ມີ​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ຕຳ​ແໜ່ງວຽກ​ງານ​ຂອງ​ໃຜ​ລາວ, ຂະ​ນະ​ທີ່​ອົງ​ປະ​ກອບ​ແລະ​ການ​ກະ​ຈາຍ​ຂອງ​ຜູ້​ແທນ ກໍ​ອ່າວ​ສົມ​ເຫດ​ສົມ​ຜົນ ແລະ​ມີ​ລັກ​ສະ​ນະ​ຕາງ​ໜ້າ​ຢ່າງກວ້າງ​ຂວາງ.

    ແນວ​ໃດ​ກໍ​ດີ, ຄຸນ​ວຸດ​ທິ​ເປັນ​ຜູ້​ແທນ​ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 19 ​ນີ້ ຍັງ​ຕ້ອງ​ໄດ້​ຜ່ານ​ການ​ຢືນ​ຢັນ​ຈາກ​ຄະ​ນະ​ກຳ​ມະ​ການກວດ​ກາ​ຄຸນ​ວຸດ​ທິ​ຜູ້​ແທນກອງ​ປະ​ຊຸມຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ