ລັດ​ຖະ​ບານ​ອີ​ຣັກ​ອອກ​ຄຳ​ສັ່ງ​ຫ້າມ​ຖ້ຽວ​ບິນ​ສາ​ກົນ​ໄປ​​ເຂດ​ເຄີ​ດິ​ສ​ຖານ
2017-09-30 16:07:51  cri 
    ສື່ມວນ​ຊົນ​ອີ​ຣັກ​ລາຍ​ງານ​ໃນ​ວັນ​ທີ 29 ກັນ​ຍານີ້​ວ່າ, ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ​ປະ​ເທດ​ຕົນທີ່​ຫ້າມ​ຖ້ຽວ​ບິນ​ສາ​ກົນ​ໄປ​ກັບ​ເຂດປົກ​ຄອງ​ຕົນ​ເອງ​​ເຄີ​ດິ​ສ​ຖານນັ້ນ ໄດ້ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ເວ​ລາ 18 ໂມງ​ຂອງວັນ​ທີ 29 ກັນ​ຍານີ້.

    ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ​ສາ​ກົນ​ແອ​ປີ​ເລີ​ເຂດ​​ເຄີ​ດິ​ສ​ຖານທ່ານ​ໜຶ່ງ ກ່າວ​ວ່າ, ຖ້ຽວ​ບິນ​ສາ​ກົນ​ທີ່​ໄປ​ກັບ​ສະ​ໜາມ​ບິນ​ດັ່ງ​ກ່າວ ໄດ້​ຢຸດ​ການ​ບໍ​ລິ​ການ​ແລ້ວ, ​ແຕ່​ໃນປັ​ດ​ຈຸ​ບັນ, ເຫຼືອ​ແຕ່​ຖ້ຽວ​ບິນ​ພາຍ​ໃນ​ທີ່​ໄປ​ກັບ​ນະ​ຄອນຫຼວງ​ແບັກ​ແດັດ ຍັງ​ສືບ​ຕໍ່​ບໍ​ລິ​ການ, ຂະ​ນະ​ດຽວ​ກັນ, ຖ້ຽວ​​ບິນ​ສາ​ກົນ​ໄປ​ກັບ​ສະ​ໜາມ​ບິນ​ຊູ​ເລ​ມາ​ນີ​ຢາ​ຂອງ​ເຂດ​​ເຄີ​ດິ​ສ​ຖານນັ້ນ ກໍ​ໄດ້​ຢຸດ​ການ​ບໍ​ລິ​ການ​ແລ້ວ​ເຊັ່ນ​ດຽວ​ກັນ.

    ວັນ​ທີ 25 ກັນ​ຍານີ້, ເຂດ​​ເຄີ​ດິ​ສ​ຖານ ໄດ້​​ຈັດ​ການລົງ​ປະ​ຊາ​ມະ​ຕິ​ແຍກ​ເປັນ​ເອ​ກະ​ລາດ​​ຈາກ​ອີ​ຣັກໂດຍ​ບໍ່​ສົນ​ໃຈ​ການ​ຄັດ​ຄ້ານ​ຂອງ​ລັດ​ຖະ​ບານ​ກາງ​ແລະ​ຝ່າຍ​ອື່ນໆ​ຂອງ​ປະ​ເທດ​ດັ່ງ​ກ່າວ ແລະເພື່ອ​ເປັນ​ການ​ຕອບ​ໂຕ້, ​ໃນ​ວັນ​ທີ 26 ກັນ​ຍານີ້, ລັດ​ຖະ​ບານ​ອີ​ຣັກ​ໄດ້​ຮຽກ​ຮ້ອງ​ໃຫ້​ເຂດ​ດັ່ງ​ກ່າວມອບ​ສະ​ໜາມ​ບິນ​ສາ​ກົນ​ທີ່​ຕັ້ງ​ຢູ່​ໃຫ້​ລັດ​ຖະ​ບານ​ກາງ​ຄຸ້ມ​ຄອງ​ພາຍ​ໃນ 3 ມື້, ຖ້າ​ບໍ່​ດັ່ງ​ນັ້ນ, ກໍ​ຈະ​ຫ້າມ​​ຖ້ຽວ​ບິນ​ສາ​ກົນໄປ​ກັບ​ເຂ​ດ​ດັ່ງ​ກ່າວຢຸດ​ບໍ​ລິ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ