ປະ​ທານ​ປະ​ເທດ​ຈີນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ
2017-10-01 15:09:30  cri 
ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ​ເຣັກ​ສ໌ ຕິນເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃນວັນ​ທີ 30 ກັນ​ຍາ​ແລ້ວນີ້ຢູ່​ທີ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນ​ຫຼວງປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ​ຊີ້ວ່າ: ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ໂດຍ​ລວມ. ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງຕໍ່ການ​ຈະ​ເດີນ​ທາງຢ້ຽມ​ຢາມຈີນ​ທາງ​ລັດ​ຖະ​ກິດຂອງ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ເດືອນ​ພະ​ຈິກ​ປີນີ້.

ທ່ານ​ສີ​ຈິ້ນ​ຜິງເນັ້ນວ່າ: ການ​ທີ່ຈີນແລະອາ​ເມ​ລິ​ກາ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ແລະຮ່ວມ​ມືແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ, ກໍ​ເປັນຄວາມ​ສຸກຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເຊັ່ນ​ດຽວ​ກັນ. ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຕ້ອງ​ຍຶດ​ໝັ້ນ​ທິດທາງ​ທີ່​ຖືກ​ຕ້ອງ, ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ​ຫຼາຍກວ່າ​ຄວາມ​ຂັດ​ແຍ້ງ​ກັນ, ສະ​ນັ້ນ, ການ​ຮ່ວມ​ມື​ແມ່ນທາງເລືອກ​ທີ່​ຖືກ​ຕ້ອງ​ພຽງ​ໜຶ່ງ​ດຽວ​ຂອງ​ສອງ​ຝ່າຍ. ສອງ​ປະ​ເທດຕ້ອງ​ການ​ຮ່ວມ​ມື​ແລະສາ​ມາດ​ຮ່ວມ​ມື​ກັນ​ໄດ້​ໃນ​ຫຼາຍ​ດ້ານໃນ​ລະ​ດັບ​ສອງ​ຝ່າຍ ພາກ​ພື້ນ​ແລະ​ທົ່ວ​ໂລກ. ສອງ​ຝ່າຍ​ຕ້ອງ​ຂຸດ​ຄົ້ນ​ກຳ​ລັງ​ບົ່ມ​ຊ້ອນ, ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ທຸກ​ຂົງ​ເຂດ, ສ້າງ​ຈຸດ​ເຕີບ​ໂຕ​ໃໝ່​ຂອງການ​ຮ່ວມ​ມືຢ່າງບໍ່​ຢຸດຢັ້ງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລະປະ​ສານ​ງານ​ໃນ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນ. ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງແລະ​ບັນ​ຫາ​ອ່ອນ​ໄຫວລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ແລະ​ປຶກ​ສາ​ຫາ​ລື ບົນ​ພື້ນ​ຖານ​​ເຄົາ​ລົບ​ຜົນ​ປະ​ໂຫຍດ​ໃຈ​ກາງ​ແລະ​ຄວາມເປັນ​ຫ່ວງ​ອັນສຳ​ຄັນ​ຂອງ​ໃຜ​ລາວ ເພື່ອ​ປົກ​ປັກ​ຮັກ​ສາ​ພາກ​ສ່ວນ​ໃຫຍ່​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ມີ​ຄວາມ​ໝັ້​ນ​ທ່ຽງ. ຄວນ​ສ້າງ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ໃຫ້ເລິກ​ເຊິ່ງ, ສືບ​ຕໍ່​ສົ່ງ​ເສີມ​ແລະ​ເປີດກວ້າງ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ພື້ນ​ຖານສັງ​ຄົມ​ອັນ​ໜັກ​ແໜ້ນ​ແລະ​ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ..
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ