ເປີດ"ສັບ​ປະ​ດາ​ຮູບ​ເງົາ​ຈີນ"ຢູ່​ນະ​ຄອນ​ຫຼວງ​ເນປີ​ດໍ​ຂອງ​ມຽນ​ມາ
2017-10-02 13:39:52  cri 
ວັນ​ທີ 1 ຕຸ​ລານີ້, ຮູບ​ເງົາ​ຈີນ​ເລື່ອງ"ຖັງ​ຊຳ​ຈັງ​ລາ​ຊະ​ວົງ​ຖາງ"ທີ່​ພາກສຽງ​ເປັນ​ພາ​ສາ​ມຽນ​ມາ​ໄດ້​ເລີ່ມ​ສາຍ​ຢູ່​ໂຮງ​ຮູບ​ເງົາ​ອອງ​ຕາ​ປີທີ່​ນະ​ຄອນ​ຫຼວງ​ເນ​ປີ​ດໍຂອງ​ມຽນ​ມາ ເຊິ່ງ​ເປັນ​ການເປີດ​ສາກ"ສັບປະດາຮູບເງົາຈີນ"​ທີ່​ຈະ​ດຳ​ເນີນ​ເປັນ​ເວ​ລາ 8 ມື້.

ທ່ານ​ຫົງ​ລ້ຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາປາ​ໄສ​ໃນ​ພິ​ທີ​ເປີດສາກວ່າ: ການ​ທີ່​ຈັດ​ພິ​ທີ​ເປີດ"ສັບ​ປະ​ດາ​ຮູບ​ເງົາ​ຈີນ"ຢູ່​ເນ​ປີ​ດໍ​ນັ້ນ​ມີ​ຄວາມ​ໝາຍເປັນ​ພິ​ເສດ, ເຊິ່ງເປັນ​ການ​ສື​ບ​ທອດ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ, ທັງເປັນຄວາມ​ປາ​ຖະ​ໜາແລະ​ອວຍ​ພອນ​ຕໍ່​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດອີກ​ດ້ວຍ. ຜົນ​ງາ​ນ​ຮູບ​ເງົາ​ແລະ​ໂທ​ລະ​ພາບ​ແມ່ນ​ວັດ​ທະ​ນະ​ທຳ​ທີ່​ປະ​ກອບສຽງ​ແລະ​ຮູບ ເປັນ​ພາ​ຫະ​ນະ​ສຳ​ຄັນທີ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະການ​ເຊື່ອມ​ຄວາມ​ສຳ​ພັນ​ໄມ​ຕີ​ຂອງ​ປະ​ຊາ​ຊົນ​ລະ​ຫວ່າງ​ຈີນ​ແລະ​ມຽນ​ມາ.

ທ່ານ​ເພ​ມີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຄ​ສະ​ນາ​​ອົບ​ຮົມມຽນ​ມາ​ກ່າວ​ໃນ​ພິ​ທີ​​ດັ່ງ​ກ່າວ​ວ່າ: ຜ່ານ​ການ​ຈັດ​ກິດ​ຈະ​ກຳ"ສັບປະດາຮູບເງົາຈີນ", ເຊື່ອ​ໝັ້ນ​ວ່າ​ຈະ​ສາ​ມາດ​ຊຸກ​ຍູ້​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ກໍ​ຫວັງ​ວ່າ "ສັບປະດາຮູບເງົາຈີນ"ຈະກາຍ​ເປັນ​ມູນ​ເຊື້ອ​ແລະໄດ້​ຮັບ​ການ​ຮັກ​ສາ​ໃຫ້​ມີ​ຢູ່​ຕໍ່ໆ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ