ທົ່ວ​ປະ​ເທດ​ຈີນ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ເຖິງ 113 ລ້ານ​ເທື່ອ​ຄົນ​ໃນມື້​ທຳ​ອິດ​ຂອງໄລ​ຍະ​ພັກ​ວັນ​ຊາດ​ຈີນ
2017-10-02 10:50:37  cri 
ວັນ​ທີ 1 ຕຸ​ລານີ້ ​ແມ່ນມື້​ທຳ​ອິດ​ທີ່ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນຕ້ອນ​ຮັບ​ວັນ​ຊາດ​ຈີນ ແລະ​ ​ບຸນ​ໄຫວ້​ພະ​ຈັນ. ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ວ່າ​, ມື້​ວັນ​ທີ 1 ນີ້​ ທົ່ວ​ປະ​ເທດ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 113 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ  10,5%, ​ແລະ​ສ້າງ​ລາຍ​ຮັບ​ເຖິງ 96 ຕື້ 500 ລ້ານຢວນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​​ຜ່ານ​ມາ 12,2%.

ໃນ​ດ້ານ​ການ​ໄປ​ທ່ຽວ​ຕ່າງ​ປະ​ເທດ, ໃນ​ມື້​ວັນ​ທີ 1 ຄະ​ນະ​ທ່ອງ​ທ່ຽວ​ທີ່​ກຳ​ລັງ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ນັ້ນ​ມີ 4576 ຄະ​ນະ, ແລະ​ນັກ​ທ່ອງ​ທ່ຽວ 1 ແສນ 1 ໝື່ນ 3 ພັນ​ຄົນ. ຈຸດ​ໝາຍ​ປາຍ​ທາງ​ທີ່​ທ່ຽວ​ໄລ​ຍະໄກ​ນັ້ນ​ແມ່ນ​ສຸມ​ໃສ່​ຣັດ​ເຊຍ, ອົ​ສ​ຕຼາ​ລີ ອາ​ເມ​ລິ​ກາ ແລະ​ອື່ນໆ, ສ່ວນ​ນັກ​ທ່ອງ​ທ່ຽວ​ທີ່​ອອກ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ໂດຍ​ບໍ່​ເຂົ້າ​ຮ່ວມ​ຄະ​ນະ​ທ່ອງ​ທ່ຽວ​ນັ້ນ​ແມ່ນ​ສ່ວນ​ຫຼາຍ​ໄປ​ທ່ຽວ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຂັບ​ລົດໄປ​ທ່ຽວຕ່າງ​ປະ​ເທດ​ນັ້ນ​ໄດ້​ເພິ່ມ​ຂຶ້ນ 100% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ