ໂທ​ລະ​ເລກອວຍ​ພອນ​ວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 68 ປີ ຈາກ​ຜູ້​ນຳ ສ​ປ​ປ ລາວ
2017-10-02 15:20:57  cri 
ວັນ​ທີ 30 ກັນ​ຍາ​ຜ່ານ​ມາ ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ແລະ​ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຫ່ງ​ ສ​ປ​ປ ລາວ​ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ສ້າງ​ຕັ້ງ ສ​ປ ຈີນ​ຄົບ​ຮອບ 68 ປີ ໄປ​ຍັງ​ທ່ານ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ແຫ່ງ ສ​ປ ຈີນ, ທ່ານ​ລີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ ຈີນ ແລະ​ທ່ານ​ຈ່າງ​ເຕີ​ຈ່ຽງ ປະ​ທາ ​ສະ​ພາ​​ປະ​ຊາ​ຊົນແຫ່ງ​ຊາດ ຈີນ ໂດຍ​ເນືອ​ໃນ​ລະ​ອຽດ​ຂອງ​ໂທ​ລະ​ເລກອວຍ​ພອນ​ຄື​ດັ່ງ​ນີ້:

ບັນ​ດາ​ສະ​ຫາຍ​ທີ່​ຮັກ​ແພງ, ເນື່ອງ​ໃນ​ໂອ​ກາດ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 68 ປີ, ໃນ​ນາມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ແລະ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ກໍ​ຄື​ໃນ​ນາມ​ສ່ວນ​ຕົວ, ພວກ​ຂ້າ​ພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ບັນ​ດາ​ສະ​ຫາຍ ໂດຍ​ຜ່ານ​ບັນ​ດາ​ສະ​ຫາຍ​ໄປ​ຍັງ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ລັດ​ຖະ​ບານ , ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ ແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ແລະ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ.

ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະ​ຫຼອດ​ໄລ​ຍະ 68 ປີ ທີ່​ຜ່ານ​ມາ, ພາຍ​ໃຕ້​ການ​ຊີ້​ນຳ-ນຳ​​ພາ​ອັນ​ສະ​ຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ ສາ​ມາດ​ຍາດ​ມາ​ໄດ້​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຮອບ​ດ້ານ ໃນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ຕາມ​ສີ​ສັນ​ສະ​ເພາະ​ຂອງ​ຈີນ ເຊິ່ງ​ເຮັດ​ໃຫ້​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ກ້າວ​ໜ້າ​ໃນ​ດ້ານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ​ໄໝ, ປະ​ເທດ​ຊາດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ດີ​ຂຶ້ນ​ເປັນ​ກ້າວໆ, ຖາ​ນະ​ບົດ​ບາດ​ຂອງ ສ​ປ ຈີນ ໄດ້​ສູງ​ເດັ່ນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ເວ​ທີ​ພາກ​ພື້ນ​ ແລະ​ສາ​ກົນ, ເຮັດ​ໃຫ້​ການ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ ທີ່​ມີ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ແກນ​ນຳ ນັບ​ມື້​ນັບ​ສະ​ຫງ່າ​ຜ່າ​ເຜີຍ ແລະ​ເດັ່ນ​ຊັດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ​ປ ຈີນ ໄດ້​ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ໃນ​ໂລກ.

ໃນ​ນາມ​ພັກ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ແລະ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ໝາກ​ຜົນ​ອັນ​ໃຫຍ່​ຫຼວງ​ຮອບ​ດ້ານ​ທີ່​ປະ​ຊາ​ຊົນ​ຈີນ​ອ້າຍ​ນ້ອງ​ຍາດ​ມາ​ໄດ້ ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ ແລະ ຂໍ​ຖື​ໂອ​ກາດ​ອັນ​ມີ​ຄວາມ​ໝາຍ​ສຳ​ຄັນ​ນີ້ ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ພັກ, ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ​ຈີນ ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ-ນຳ​ພາ​ອັນ​ສະ​ຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ໂດຍ​ມີ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​​ຜີງ ເປັນ​ຜູ້​ນຳ​ພາ​ນັ້ນ ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ສຳ​ເລັດ​ເປົ້າ​ໝາຍ​ໃນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ ກໍ່​ຄື​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ 100 ປີ ສອງ​ເຫດ​ການ ເພື່ອ​ບັນ​ລຸ​ຄວາມ​ຝັນ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ສີ​ວິ​ໄລ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ.

ຂໍ​ອວຍ​ພອນ​ໃຫ້​ການ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ໝັ້ນ​ຄົງ​ຍາວ​ນານ​ຕາ​ມ​ທິດ 4 ດີ ,ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ຖະ​ບານ ,ສອງ​ສະ​ພາ  ແລະ ​ປະ​ຊາ​ຊົນ​ສອງ​ຊາດ​ລາວ ​ແລະ​ຈີນ ຈົ່ງ​ສືບ​ຕໍ່​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ໝັ້ນ​ຄົງ​ຍາວ​ນານ​ຕະ​ຫຼອດ​ໄປ ແລະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ລາວ ແລະ ຈີນ.

ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ສະ​ຫາຍ ຈົ່ງ​ມີ​ພະ​ລາ​ນາ​ໄມ​ສົມ​ບູນ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃໝ່​ໃຫຍ່ກວ່າ​ເກົ່າ ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສະ​ຫງ່າ ແລະ​ສູງ​ສົ່ງ​ຂອງ​ພວກ​ສະ​ຫາຍ.

ມື້​ດຽວ​ກັນ, ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ກໍ​ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ໄປ​ຍັງ​ທ່ານ​ຫວາງອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ເພື່ອ​ອວຍ​ພອນ​ວັນ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 68 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ