ເຫດ​ການໃຊ້​ອາ​ວຸດ​ປືນກໍ່​ຄວາມ​ຮຸນ​ແຮງ​ຢູ່​ເມືອງ​ລັ​ສ​ເວ​ກັ​ສ​ອາ​ເມ​ລິ​ກາເຮັດ​ໃຫ້ 59 ຄົນ​ເສຍ​ຊີ​ວິດ 527 ຄົນບາດ​ເຈັບ
2017-10-03 11:34:18  cri 
ຕາມ​ຂ່າວ CRI: ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ເມືອງ​ລັ​ສ​ເວ​ກັ​ສ ທາງພາກ​ຕາ​ເວັນ​ຕົກ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ໃນ​ຕອນ​ບ່າຍ​ວັນ​ທີ 2 ຕຸ​ລານີ້​ວ່າ: ເຫດ​ການ​ຍິງ​ປືນ​ໃສ່​ກຸ່ມ​ຄົນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຕົນໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 59 ຄົນ​ເສ​ຍ​ຊີ​ວິດ, ອີກ 527 ຄົນ​ໄດ້​ຮັບ​ບາດ​ເຈັບ.

ອົງ​ການ​ສືບ​ສວນ​ແຫ່ງ​ຊາດ​ສະ​ຫະ​ລັດຫຼື FBI ກ່າວ​ວ່າ: ປັດ​ຈຸ​ບັນ​ຍັງ​ບໍ່ມີ​ຫຼັກ​ຖານໃດໆ​ສາ​ມາດ​ບົ່ງ​ບອກວ່າເຫດ​ການ​ຄັ້ງ​ນີ້​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ກຸ່ມກໍ່​ການ​ຮ້າຍ​ສາ​ກົນ.

ເຫດ​ການ​ຄັ້ງ​ນີ້​ໄດ້​ກາຍ​ເປັນ​ເຫດ​ການ​ໃຊ້​ອາ​ວຸດປືນກໍ່​ຄວາມ​ຮຸນ​ແຮງ​ທີ່​ສົ່ງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຍຸກ​ປະ​ຈຸ​ບັນ​ຂອງ​ອາ​ເມ​ລິ​ກາ. ຂ່າວ​ລາຍ​ງານ​ວ່າ, ມື​ປືນ​ຜູ້​ໜຶ່ງ​ໄດ້ຍິງ​ປືນ​ໃສ່​ກຸ່ມ​ຄົນ​ທີ່​ກຳ​ລັງ​ເຂົ້າ​ຮ່ວມ​ງານ​ດົນ​ຕີ​ຈາກ​ຊັ້ນ 32 ຂອງ​ໂຮງ​ແຮມ​ອ່າວ​ມານ​ດາ​ເລເມືອງ​ລັ​ສ​ເວ​ກັ​ສ. ຈາກນັ້ນ, ຕຳ​ຫຼວດ​ກໍ​ບຸກ​ເຂົ້າ​ຫ້ອງ​ທີ່​ມື​ປືນ​ລີ້​ຕົວກໍ່​ເຫດຫຼັງ​ໄດ້​ຮັບ​ການ​ແຈ້ງ​ຄວາມ​ ແລະ​ພົບ​ວ່າ​ຜູ້​ຕ້ອງ​ຫາ​ໄດ້​ເສຍ​ຊີ​ວິດ​ແລ້ວ.

ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້ຖະ​ແຫຼງໃນ​ວັນ​ທີ 2 ຕຸ​ລານີ້​ໂດຍ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ດັ່ງ​ກ່າວ, ແລະ​ກ່າວ​ວ່າ​ຄະ​ດີດັ່ງ​ກ່າວແມ່ນ"ການ​ກະ​ທຳ​ທີ່ຊົ່ວ​ຮ້າຍ​ທີ່​ສຸດ",ພ້ອມ​ກັນ​ນັ້ນ, ທ່ານ​ກໍຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ໃນທ່າມ​ກາງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ.

ຈາກນັ້ນ, ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ຮຽກ​ຮ້ອງ​ໃຫ້​ສິ່ງກໍ່​ສ້າງ​ທັງ​ໝົດ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດ​ງ​ຄວາມ​ໄວ້​ອາ​ໄລ.

ວັນ​ທີ 2 ຕຸ​ລານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ສົ່ງ​ໂທ​ລະ​ເລກ​ເຖິງ​ທ່ານ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ໂດຍ​ໄດ້​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ອາ​ເມ​ລິ​​ກາ​ກໍ​ລະ​ນີ​ເກີດ​ເຫດ​ການ​ໃຊ້​ອາ​ວຸດປືນກໍ່​ຄວາມ​ຮຸນ​ແຮງ​ຢູ່​ລັ​ສ​ເວ​ກັ​ສ​ແລະ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ, ພ້ອມ​ທັງ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ, ສະ​ແດງ​ຄວາມ​ເຫັນ​ໃຈຢ່າງ​ຈິງ​ໃຈ​ຕໍ່​ຜູ້​ໄດ້​ຮັບ​ບາດ​ເຈັບ ແລະຂໍ​ໃຫ້​ຜູ້​ໄດ້​ຮັບ​ບາດ​ເຈັບ​ຟື້ນ​ຟູ​ສຸ​ຂະ​ພາບ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ