ການບິນລາວ ເປີດນໍາໃຊ້ແອັບຂາຍປີ້ຜ່ານທາງມືຖື
2017-10-03 15:43:20  cri 



(ການບິນລາວເປີດນໍາໃຊ້ແອັບຂາຍປີ້ຜ່ານທາງມືຖື)

 

ແອັບຂາຍປີ້ຜ່ານທາງໂທລະສັບມືຖືນອກຈາກຈະສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດແລ້ວ ການບິນລາວຍັງເອົາໃຈໃສ່ເຖິງ ຄວາມຈໍາເປັນໃນການກະກຽມຄວາມພ້ອມດ້ານຂົງເຂດການຂົນສົ່ງທາງອາກາດໃຫ້ສອດຄ່ອງຕໍ່ລະບຽບຫຼັກການ ແລະ ເພື່ອເປັນການຮອງຮັບການເປີດນ່ານຟ້າເສ
ລີລະຫວ່າງບັນດາ 10 ປະເທດອາຊຽນ. ໃນຕອນເຊົ້າວັນທີ 3 ຕຸລານີ້, ທີ່ສໍານັກງານໃຫຍ່ລັດວິສາຫະກິດ ການບິນລາວ ນະຄອນຫຼວງວຽງຈັນ ການບິນລາວໄດ້
ຈັດງານເປີດການນໍາໃຊ້ Application lao Airlines Mobile ໂດຍການເຂົ້າຮ່ວມຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງໂຍທາທິການ
ແລະ ຂົນສົ່ງ, ມີຜູ້ຮ່ວມທຸລະກິດ, ມີຕົວແທນຈຳໜ່າຍຂາຍປີ້ການບິນລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ສົມພອນ ດວງດາລາ ຜູ້ອໍານວຍການລັດວິສາຫະກິດ ການບິນລາວ ກ່າວວ່າ: ທຸກສາຍການ ບິນໃນໂລກລ້ວນແຕ່ມີການພັດທະນາໃຫ້ໄດ້ມາດ
ຕະຖານຄວາມປອດໄພ ແລະ ການບໍລິການ ໂດຍການນໍາໃຊ້ເຕັກໂນໂລຢີ ຂໍ້ມູນຂ່າວສານເປັນເຄື່ອງມີຮັບຮອງໃນການຄ້າການໂຄສະນາໃຫ້ກວ້າງຂວາງ ແລະ
ເພື່ອເປັນການຕອບຮັບຄວາມຕ້ອງການຂອງສັງຄົມ ດັ່ງນັ້ນ ລັດວິສາຫະກິດ ການບິນລາວ ຈຶ່ງໄດ້ຫັນເປັນມາດຕະຖານສາກົນໂດຍພື້ນຖານ ໃນການຮັບຮອງການ
ບໍລິການ ໄອເອັດສະໂອ, ໄດ້ຮັບການຢັ້ງຢືນ ໃຫ້ເປັນສາຍການບິນທີມີຄວາມປອດໄພ ໄອໂອຊາ ແລະ ໄດ້ຮັບເຂົ້າເປັນສະມາຊິກສົມບູນຂອງ ອົງການໄອອາຕາ
ອີກດ້ວຍ. 

ເພື່ອສ້າງສິ່ງເອື້ອອໍານວຍໃຫ້ແກ່ຜູ້ເລືອກໃຊ້ບໍລິການ ຜະລິດຕະພັນນີ້ ບໍ່ແມ່ນເລື່ອໃຫມ່ສໍາລັບສາຍການບິນທີ່ມີການພັດທະນາ ແຕ່ເປັນເລື່ອງໃຫມ່ສໍາລັບສາຍ
ການບິນນ້ອຍໆ ຊຶ່ງໄດ້ມີການສ້າງແອັບນີ້ຂຶ້ນມາແຕ່ເດືອນ ມີນາ 2017 ແມ່ນໄດ້ສ້າງສໍາເລັດ ແລະ ໄດ້ເລີ່ມເປີດໃຫ້ໃຊ້ບໍລິການຢ່າງເປັນທາງການແລ້ວ ພຽງ
ແຕ່ເຂົ້າໄປທີ່ App Store ແລະ Play Store ກໍ່ສາມາດດາວໂລດແອັບ lao Airlines ໄດ້ເພື່ອຄວາມສະດວກສະບາຍໃຫ້ແກ່ສັງ ໂດຍເລີ່ມຈາກລູກຄ້າຊອກ
ຫາຂໍ້ມູນກ່ຽວກັບປີ້ເຮືອບິນໄດ້ງ່າຍຂຶ້ນ ໃນການຊອກຫາຖ້ຽວບິນ, ສາມາດເບິ່ງເວລາບິນ, ຊື້ປີ້ເຮືອບິນຜ່ານທາງໂທລະສັບມືຖື, ສາມາດຊໍາລະຄ່າປີ້ຜ່ານບັນດາບັດ
VISA ແລະ Master ສໍາລັບໂດຍສານທີ່ມີປີ້ແລ້ວ ກໍ່ສາມາດດຳເນີນການແຈ້ງປີ້ອ່ອນລາຍຜ່ານທາງມືຖື ເພື່ອເລືອກບ່ອນນັ່ງຕາມທີ່ຕ້ອງການ ແລະ ສາມາດ
ເອົາກະເປົ໋າໄປສັ່ງທີ່ປ່ອງບໍລິການ ແລະ ຮັບບັດຂຶ້ນເຮືອບິນນໍາພະນັກງານໄດ້ທັນທີ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ