ຈີນ, ມຽນ​ມາ, ລາວ, ໄທ​ແລະ​ຫວຽດ​ນາມ​ຮ່ວມສະ​ເຫຼີມ​ສະ​ຫຼອງງານ​ອ້າຍ​ນ້ອງ​ຈີນ​ມຽນ​ມາ
2017-10-03 10:28:36  cri 


ພິ​ທີ​ສະ​ເຫຼີມ​ສະ​ຫຼອງງານ​ອ້າຍ​ນ້ອງ​ຈີນ​ມຽນ​ມາຄັ້ງ​ທີ 17 ໄດ້​ຈັດ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ​ຢູ່​ເມືອງ​ຣຸຍ​ລີ​ກິ່ງ​ແຂວງ​ເຕີ​ໂຫງ​ແຂວງ​ຢູນ​ນານ​​ຂອງຈີນໂດຍຄຽງ​ຄູ່​ກັບ​ທຸ​ງ​ຊາດ​​ຈີນແລະ​ມຽນ​ມາຖືກ​ຊັກ​ຂຶ້ນ​ສູ່​ອາ​ກາດ​ຮ່ວມ​ກັນ, ປະ​ຊາ​ຊົນ​ຕາມ​ຊາຍ​ແດນ​ສອງ​ປະ​ເທ​ດກໍ​ໄດ້​ຈັດງານ​ປະ​ກວດ​ນາງ​ງາມທີ່​ຂີ່​ລົດ​ຄວາຍ​ແລະ​ການ​ສະ​ແດງ​ຟ້ອນ​ລຳ​ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​ຂອງງານດັ່ງ​ກ່າວ, ຂະ​ນະ​ທີ່​ລາວ, ໄທແລະຫວຽດ​ນາມ​ກໍ​ໄດ້ສົ່ງ​ຄະ​ນະ​ເຂົ້າ​ຮ່ວມ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ງານ​ດັ່ງ​ກ່າວ.



ນັບ​ແຕ່​ປີ 2000 ເປັນ​ຕົ້ນ​ມາ, ເມືອງ​ຣຸຍ​ລີ​ໄດ້​ຈັດພິ​ທີສະ​ເຫຼີມ​ສະ​ຫຼອງ​ງານອ້າຍ​ນ້ອງ​ຈີນ​ມຽນ​ມາ 16 ຄັ້ງແລ້ວ, ເຊິ່ງ​ກາຍ​ເປັນ​ວັນ​ບຸນ​​ມະ​ໂຫລານ​ຢູ່​ເຂດ​ຊາຍ​ແດນ​​ຈີນ​-​ມຽນ​ມາ.



ຂ່າວ​ແຈ້ງວ່າ, ໃນໄລ​ຍະ​ງານ​ດັ່ງ​ກ່າວ​ຈະມີ​ 20 ກວ່າ​ກິດ​ຈະ​ກຳເຊິ່ງນອກ​ຈາກ​ການ​ສະ​ແດງ​ສັນ​ຈອນ​ນາງ​ງາມ​ເທິງລົດ​ຄວາຍ, ​ການ​ວາງ​ສະ​ແດງສິນ​ຄ້າ​ທີ່​ມີ​ເອ​ກະ​ລັກພິ​ເສ​ດ, ການ​ແຂ່ງ​ຂັນ​ກິ​ລາ​​ພື້ນ​ເມືອງ​ແລະ​ອື່ນໆ, ຍັງ​ໄດ້​ຕື່ມ​ປັດ​ໄຈ​​ວັດ​ທະ​ນະ​ທຳ​ຂອງລາວ, ​ໄທ, ຫວຽດ​ນາມແລະ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ອື່ນໆ, ເພື່ອ​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ