ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຄວນ​ຖື​ມະ​ນຸດ​ແລະ​ໜ່ວຍ​ໂລກ​ເປັນ​ກົກ
2017-10-04 11:22:53  cri 
ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ທ່ານ​ຫຼີວ​ເຈິ້ນ​ໝີນ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການສະ​ຫະ​ປະ​ຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ກ່າວ​ໃນ​ວັນ​ທີ 2 ຕຸ​ລານີ້​ວ່າ: ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຄວນຖື​ມະ​ນຸດ​ແລະ​ໜ່ວຍ​ໂລກ​ເປັ​ນ​ກົກ, ພ້ອມ​ກັນ​ນັ້ນ, ​ກໍ​ຄວນ​ເນັ້ນ​ຄວາມ​ສຳ​ຄັນ​ຂອງ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ​ແລະ​ການ​ສ້າງການ​ປະ​ກັນ​ສັງ​ຄົມ.

ທັງ​ນີ້, ທ່ານ​ຫຼີວ​ເຈິ້ນ​ໝີນ​ໄດ້​ກ່າວ​ໃນພິ​ທີ​ໄຂ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມາ​ທິ​ການ​ທີ 3 ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ສັງ​ຄົມ ມະ​ນຸດ​ສະ​ທຳ​ແລະ​ວັດ​ທະ​ນະ​ທຳ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 72 ວ່າ: ເນື່ອງ​ຈາກວ່າ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໄດ້ແຍກ​ກັນ​ກັບ​ການ​ສ້າ​ງວຽກ​ເຮັດ​ງານ​ທຳ, ສະ​ນັ້ນ, ປັດ​ຈຸບັນ, ເສດ​ຖະ​ກິດ​ໂລກບໍ່​ສາ​ມາດສ້າ​ງວຽກ​ເຮັດ​ງານ​ທຳ​ຢ່າງ​ພຽງ​ພໍ​ແລະ​ມີ​ຄຸນ​ນະ​ພາບ, ຄວນ​ເລັ່ງ​ການ​ພັດ​ທະ​ນາ​ແບບກວມ​ລວມ​ທີ່​ມີ​ການ​ປະ​ກອບ​ອາ​ຊີ​ຢ່າງ​ເຕັມ​ທີ່​ແລະ​ມີ​ລັກ​ສະ​ນະ​ການ​ຜະ​ລິດ; ປະ​ເທດ​ຕ່າງໆ​ຕ້ອງ​ສຸມ​ໃສ່​ກຸ່ມ​ຄົນ​ທີ່​ຖືກ​ເມີນ​ເສີຍ ເຊັ່ນ: ຄົນ​ພິ​ການ, ຜູ້​ເຖົ້າ, ຊາວ​ໜຸ່ມ, ປະ​ຊາ​ຊົນ​ພື້ນ​ເມືອງ​ ແລະ​ອື່ນໆ, ແລະ​ແກ້​ໄຂ​ຄວາມ​ຫ່ວງ​ໃຍ​ແລະ​ບັນ​ຫາ​ຮີບ​ດ່ວນ​ຂອງ​ເຂົາ​ເຈົ້າ​ໃນ​ດ້ານ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ຫຼີວ​ເຈິ້ນ​ໝີນ​ກ່າວ​ຕື່ມ​ວ່າ: ການ​ປະ​ກັນ​ສັງ​ຄົມ​ແມ່ນ​ວິ​ທີ​ທາງນະ​ໂຍ​ບາຍ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງມວນ​ມະ​ນຸດ​ໄດ້​ຮັບ​ການ​ປັບ​ປຸງ​ແລະດີ​ຂຶ້ນ​ເລື້ອຍໆ. ​ແນວ​ໃດ​ກໍ​ດີ, ພາກ​ສ່ວນ​ວຽກ​ງານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ໃນ​ຂົງ​ເຂດນີ້​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ