ການ​ສຳ​ຫຼວດເຫດ​ການ​ໃຊ້​ອາ​ວຸດ​ປືນກໍ່​ຄວາມ​ຮຸນ​ແຮງ​ຢູ່ລັ​ສ​ເວ​ກັ​ສ​ຍັງ​ບໍ່​ສຳ​ເລັດເທື່ອ
2017-10-04 14:15:42  cri 
ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ທ່ານ​ໂຈ​ເຊັ​ຟ ລົມ​ບາ​ໂດ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພະ​ແນກຕຳ​ຫຼວດ​ເມືອງ​ລັ​ສ​ເວ​ກັ​ສ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 3 ຕຸ​ລານີ້​ວ່າ: ພາຍ​ໃຕ້​ການ​ປະ​ສານ​ສົມ​ທົບ​ຈາກ​ອົງ​ການ​ສືບ​ສວນ​ແຫ່ງ​ຊາດ​ສະ​ຫະ​ລັດ​ຫຼື FBI, ການ​ສຳ​ຫຼວດ​ເຫດ​ການ​ໃຊ້​ອາ​ວຸດ​ປືນກໍ່​ຄວາມ​ຮຸນ​ແຮງ​ຢູ່​ລັ​ສ​ເວ​ກັ​ສ​ໄດ້​ຮັບ​ຄວາມ​ຄືບ​ໜ້າ, ແຕ່​ຍັງ​ບໍ່​ສຳ​ເລັດເທື່ອ.

ທ່ານ​ລົມ​ບາ​ໂດ​ໄດ້​ແຈ້ງ​ຄວາມ​ຄືບ​ໜ້າ​ຫຼ້າ​ສຸດ​ຂອງ​ການ​ສຳ​ຫຼວດ​ເຫດ​ການ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ຕຸ​ລານີ້ວ່າ: ສະ​ເຕ​ເຟນ ປັດ​ດົກ ມື​ປືນຜູ້ກໍ່​ເຫດໄດ້​ຂ້າ​ໂຕ​ຕາຍ​ກ່ອນ​ຕຳ​ຫຼວດ​ບຸກ​ເຂົ້າ​ຫ້ອງຂອງໂຮງ​ແຮມອ່າວ​ມານ​ດາ​ເລ​ທີ່​ເຂົາ​ລີ້​ຕົວຢູ່, ແລະ​ກ່ອນ​ຂ້າ​ໂຕ​ຕາຍ, ເຂົາເຄີຍ​ຍິງ​ປືນ​ສູ້​ກັບ​ຜູ້​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ໂຮງ​ແຮມ​ຜູ້​ໜຶ່ງ.

ທ່ານ​ລົມ​ບາ​ໂດ​ກ່າວ​ຕື່ມ​ວ່າ: ເຫດ​ການ​ໃຊ້​ອາ​ວຸດ​ປືນກໍ່​ຄວາມ​ຮຸນ​ແຮງ​ຄັ້ງ​ນີ້​ເປັນ​ເຫດ​ການ​ທີ່​ເຮັດໃຫ້ມີ​ຄົນ​ເສຍ​ຊີ​ວິດຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ອາ​ເມ​ລິ​ກາ​ແລະເປັນ​ການ​ຫຼອນ​ໂຈມ​ຕີ​ທີ່​ຜູ້​ກ່ຽວວາງ​ແຜນ​ລ່ວງ​ໜ້າ​ແລະ​ມີ​ຜົນ​ກະ​ທົບ​ຢ່າງກວ້າງ​ຂວາງ. ຜູ້​ກ່ຽວໄດ້​ຕິດ​ຕັ້ງກ້ອງ​ວົງ​ຈອນ​ປິດຢູ່ນອກ​ແລະ​ໃນ​ຫ້ອງ​ຂອງ​ເຂົາ ເພື່ອ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ຕຳ​ຫຼວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ