ໃນ​ປີ 2016 ມູນ​ຄ່າ​ເພີ່ມ​​ຂອງ​ຂະ​ແໜງ​ການ​ວັດ​ທະ​ນະ​ທຳ​ແລະ​ຂະ​ແໜງ​ການ​​ທີ່​ກ່ຽວ​ຂ້ອງຂອງ​ຈີນ​ເພີ່ມ​ຂຶ້ນ 13% ເມື່ອ​ທຽບ​ກັບປີ 2015
2017-10-04 11:35:54  cri 

ຕາມ​ຂ່າວCRI:ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນເປີດ​ເຜີຍ​ໃນຫວ່າງ​ມໍ່​ໆ​ນີ້​ວ່າ, ດ້ວຍ​ການກວດ​ສອບ​ແລະ​ຄິດ​ໄລ່, ມູນ​ຄ່າ​ເພີ່ມ​ຕື່ມ​ຂອງ​ຂະ​ແໜງ​ການ​ວັດ​ທະ​ນະ​ທຳ​ແລະ​ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຈີນໃນ​ປີ 2016 ມີເຖິງ 3078,5 ຕື່ຢວນ. ຫຼາຍກວ່າ​ຈັງ​ຫວະການ​ເຕີບ​ໂຕ​ຂອງ GDP ໃນ​ປີ 2016 4,4%; ກວມ​ອັດ​ຕາ GDP  4,14%, ແລະເພີ່ມ​ຂຶ້ນ 0,17% ເມື່ອ​ທຽບ​ກັບ​ປີ 2015.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຂະ​ແໜງ​ການ​ວັດ​ທະ​ນະ​ທຳ​ແລະ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໄດ້​ພັດ​ທະ​ນາ​ຢ່າງ​ໝັ້ງ​ທ່ຽງ​ແລະ​ວ່ອງ​ໄວ, ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​​ເສດ​ຖະ​ກິດແລະການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ປອດ​ໃສ​ແລະ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ