ສະຖານກົງສຸນຈີນປະຈຳຊັນຟຣານຊິສໂກຢືນຢັນວ່າ ປັດຈຸບັນບໍ່ມີຄົນຈີນບາດເຈັບຫຼືເສຍຊີວິດໃນເຫດການກໍ່ການຮ້າຍຢູ່ລັສວີກັສ
2017-10-05 11:59:12  cri 

ຕອນຄ່ຳວັນທີ 3 ຕຸລານີ້, ທ່ານຈ່າລີ້ໂຢ ຮອງກົງສຸນ, ຜູ້ຮັບຜິດຊອບໜ່ວຍງານລັສວີກັສຂອງສະຖານກົງສຸນຈີນປະຈຳຊັນຟຣານຊິສໂກສ.ອາເມລິກາຢືນຢັນວ່າ ປັດຈຸບັນ, ບໍ່ມີປະຊາຊົນຈີນບາດເຈັບຫຼືເສຍຊີວິດໃນເຫດການຍິງປືນກໍ່ການຮ້າຍຢູ່ລັສວີກັສໃນວັນທີ 1 ຕຸລານີ້.

ທ່ານຈ່າລີ້ໂຢກ່າວວ່າ, ເບິ່ງຈາກຂໍ້ມູນທີ່ໜ້າເຊື່ອແລະຮອບດ້ານໃນປັດຈຸບັນ, ບໍ່ວ່າຈະເປັນຂໍ້ມູນກ່ຽວກັບຜູ້ບາດເຈັບຈາກໂຮງໝໍຫຼືຂໍ້ມູນກ່ຽວກັບຜູ້ເສຍຊີວິດຈາກເຈົ້າໜ້າທີ່ຕຳຫຼວດນັ້ນກໍບໍ່ມີປະຊາຊົນຈີນ ແລະ ໂທລະສັບ, ຂໍ້ຄວາມສັນ ແລະ ວິແຊດ ຂອງສະຖານກົງສຸນທີ່ບໍລິການຕະ ຫຼອດ 24 ຊົ່ວໂມງກໍບໍ່ໄດ້ຮັບການຂໍຄວາມຊ່ວຍເຫຼືອຈາກປະຊາຊົນຈີນເຊັ່ນກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ