ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ອາ​ເມ​ລິ​ກາ​ຈັດ​ການ​ພົບ​ປະ​ສອງ​ຝ່າຍ
2017-10-05 12:25:06  cri 


ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 4 ຕຸ​ລາ​ນີ້, ການ​ສົນ​ທະ​ນາວ່າ​ດ້ວຍການປະ​ຕິ​ບັດ​​ກົດ​ໝາຍ​ແລະ​ຄວາມໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຮອບ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ. ທ່ານ​ກົ່ວ​ເຊິ່ງ​ຄຸ່ນ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ແລະທ່ານເຈັ​ຟ ເຊ​ເຊິນ​ສ໌​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ຂອງການ​ພົບ​ປະ​ສອງ​ຝ່າຍ.

ທ່ານ​ກົ່ວ​ເຊິ່ງ​ຄຸ່ນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ລິ​ກາ, ຖື​ການ​ສົນ​ທະ​ນາ​ວ່າ​ດ້ວຍ​ການປະ​ຕິ​ບັດ​ກົດ​ໝາຍ​ແລະ​ຄວາມໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຮອບ​ທຳ​ອິດເປັນ​ໂອ​ກາດ ເພື່ອສ້າງ​​​ຕັ້ງ​ແລະ​ປັບ​ປຸງກົນ​ໄກ​ໜ່ວຍ​ງານໃຫ້​ສົມ​ບູນ, ລົງ​ເລິກ​ດຳ​ເນີນ​ການ​ສືບ​ສວນ​ຄະ​ດີ, ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໄດ້​ຮັບ​ໝາກ​ຜົນ​​ຫຼາຍກວ່າ​ເກົ່າ​ໃນ​ດ້ານ​ຕ່າງໆ ເຊັ່ນ ​ນຳສົ່ງ​ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍ​ຄືນ​ປະ​ເທດ, ການ​​ປາບ​ປາມ​ອາ​ຊະ​ຍະ​ກຳ​ທາງ​ອິນ​ເຕີ​ເນັດ​ແລະ​ອື່ນໆ, ​ເພື່ອ​ສ້າງ​ຜົນ​ງານ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດກົດ​ໝາຍ​ແລະ​ປ້ອງ​ກັນ​ຄວາມ​ສະ​ຫງົບຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານເຊ​ເຊິນ​ສ໌ ​ຢືນ​ຢັນ​ວ່າ, ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ກັບຈີນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ປ້ອງ​ກັນ​ຄວາມ​ສະ​ຫງົບຕື່ມ​ອີກ ຕາມ​ຄວາມ​ເຫັນ​ເອ​ກະ​ສັນ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ທັງຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ