ຕວກກີຈະປິດນ່ານຟ້າແລະດ່ານຊາຍແດນຂອງຕົນຕໍ່ເຄີດີສະຖານອີຣັກ
2017-10-06 15:50:14  cri 
 ວັນທີ 5 ຕຸລານີ້, ທ່ານເອໂດກັນ ປະທານາທິບໍດີຕວກກີໄດ້ກ່າວໃນກອງປະຊຸມທີ່ຈັດຂຶ້ນຢູ່ທຳນຽບປະທານາທິບໍດີນະຄອນຫຼວງອັງກາລາວ່າ, ອີກບໍ່ດົນ ຕວກກີຈະ ປິດນ່ານຟ້າແລະດ່ານຊາຍແດນຂອງຕົນຕໍ່ເຂດປົກຄອງຕົນເອງເຄີດີສະຖານຂອງອີຣັກ.

ວັນທີ 25 ກັນຍາຜ່ານມາ, ເຂດເຄີດີສະຖານອີຣັກໄດ້ລົງປະຊາມະຕິເພື່ອແຍກເປັນເອກະລາດໂດຍບໍ່ຫົວຊາການຄັດຄ້ານຂອງຝ່າຍຕ່າງໆ. ຈາກນັ້ນລັດຖະບານສູນກາງອີຣັກ, ຕວກກີແລະອີຣານໄດ້ເພີ່ມທະວີການປະສານງານ ແລະ ໄດ້ໃຊ້ມາດຕະການຕ່າງໆເພື່ອບັງຄັບໃຫ້ເຄີດີສະຖານຍົກເລີກຜົນການລົງປະຊາມະຕິ.

ຂ່າວແຈ້ງວ່າ, ຕວກກີ, ອີຣານ ກໍຄືປະເທດແລະເຂດແຄ້ວນອື່ນໆໄດ້ໃຊ້ມາດຕະການຕອບໂຕ້ການກະທຳຂອງເຄີດີສະຖານ ເປັນຕົ້ນການຢຸດຖ້ຽວບິນ ແລະອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ