ມີ​ຜູ້​ເສຍ​ຊີ​ວິດ 5 ຄົນ​ຈາກ​ເຫດ​ເຮືອ​ປະ​ມົງ​ຈີນ​ຫຼົ້ມ
2017-10-06 15:37:13  cri 
ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ໂອ​ຊາ​ຄາ​ປະ​ເທດ​ຍີ່​ປຸ່ນ​ໃຫ້​ຮູ້​ວ່າ: ມາ​ຮອດ​ເວ​ລາ 12 ໂມງ 30 ນາ​ທີ​ຂອງວັນ​ທີ 6 ຕຸ​ລາ​ນີ້, ​ວຽກ​ງານ​ຊອກ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອລູກ​ເຮືອ​ທີ່​ຫາຍ​ສາບ​ສູນ​ຈາກເຫດເຮືອ​ປະ​ມົງ "ຫຼູ​ໂຢງຢວນ​ຢູ"​ 378 ຂອງ​ຈີນ​ຫຼົ້ມ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ ເຮືອ​ລາດ​ຕະ​ເວນ​ຂອງ​ຍີ່​ປຸ່ນ​ໄດ້​ພົບ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ 5 ຄົນ​ຢູ່​ໃນເຮືອດັ່ງ​ກ່າວ.

ປັດ​ຈຸ​ບັນ, ຜູ້​ເສຍ​ຊີ​ວິດ​ທັງ 5 ຄົນ​ທີ່​ພົບ​ໃນ​ທະ​ເລ​ໄດ້​ສົ່ງ​ມອບ​ໃຫ້​ເຮືອ​ປະ​ມົງ​ສັນ​ຊາດ​ຈີນ​ແລ້ວ​ເພື່ອ​ໃຫ້​ເຈົ້າ​ໜ້າ​ທີ່​ສັນ​ລະ​ສູດ​ໃນ​ຂັ້ນ​ຕໍ່​ໄປ. ຝ່າຍ​ຍີ່​ປຸ່ນ​ຍັງ​ຈະ​ສືບ​ຕໍ່​ຊອກ​ຫາ​ແລະ​ຊ່ວຍ​ເຫຼືອ​ລູກ​ເຮືອ​ທີ່​ຫາຍ​ສາບ​ສູນ​.

ໃນ​ຂ້ອນ​ແຈ້ງວັນ​ທີ 5 ຕຸ​ລາ​ນີ້, ເຮືອ​ປະ​ມົງ"ຫຼູ​ໂຢງຢວນ​ຢູ"​​ 378 ຂອງ​ຈີນ​ໄດ້​ເກີດ​ອຸ​ບັດ​ເຫດ​ຫຼົ້ມ​ຢູ່​ເຂດ​ທະ​ເລສາ​ກົນໄປ​ທາງ​ທິດ​ເໜືອ​ເກາະໂອ​ກີ​ໂນ​ຊີ​​ມະ​ແຂວງ​ຊີ​ມະ​ເນະ​​ຂອງ​ຍີ່​ປຸ່ນ​ປະ​ມານ 400 ກິ​ໂລ​ແມັດ​ຫຼັງ​ຈາກ​ໄດ້​ຕຳ​​ກັບ​ກຳ​ປັ່ນ​ຂົນ​ສົ່ງນ້ຳ​ມັນ​ຮົງ​ກົງ​ຈີນ​, ໃນ​ລູກ​ເຮືອຈຳ​ນວນ​ 16 ຄົນໃນ​ເຮືອ​ປະ​ມົງ​ເກີດ​ເຫດ​ມີ 4 ຄົນໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ເຮືອ​ປະ​ມົງ​ສັນ​ຊາດ​ຈີນ​ຢູ່​ບໍ​ລິ​ເວນ​ໃກ້​ຈຸດ​ເກີດ​ເຫດ ອີກ 12 ຄົນ​ຫາຍ​ສາບ​ສູນ. ຍີ່​ປຸ່ນ​ໄດ້​ສົ່ງ​ເຮືອ​ລາດ​ຕະ​ເວນ 3 ລຳ​ໄ​ປ​ຊ່ວຍ​ເຫຼືອ​ຢູ່​ເຂດ​ທະ​ເລ​ເກີດ​ເຫດ ແລະ​ໄດ້​ສ້າງ​ສູນ​ຮັບ​ມື​ສຸກ​ເສີນ​ຢູ່​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທາງ​ທະ​ເລ​ຂອງ​ເຂດ​ຄຸ້ມ​ຄອງ​ທີ 8 ຂອງ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ