ຊາວພຸດທະສາຊະນິກະຊົນ ຮ່ວມ ກັນໄຕ້ໂຄມໄຟ 1,999 ອັນ ທີ່ວັດອົງຕື້ ມະຫາວິຫານ
2017-10-06 15:49:53  cri 


ການໄຕ້ໂຄມໄຟຂຶ້ນໃນເຂດວັດ ແລະ ຢູ່ຕໍ່ໜ້າສິມ ເພື່ອເປັນການບູຊາພະລັດຕະນະໄຕ ແລະ ຖືວ່າໄດ້ບຸນກຸສົນຫລາຍຢ່າງ. ສ່ວນການໄຫຼເຮືອໄຟທີ່ປ່ອຍໄປຕາມລໍານໍ້າ ຫຼື ເຮືອໄຟໂຄກກໍ່ດີ, ທີ່ນອກຈາກເປັນການລະລຶກເຖິງການບູຊາຮອຍພະພຸດທະບາດຂອງອົງສໍາມາສຳພຸດທະເຈົ້າແລ້ວ , ຄົນລາວ ແລະ ອີກຫຼາຍໆປະເທດແຖບລຸ່ມແມ່ນ້ຳຂອງ ຍັງມີຄວາມເຊື່ອວ່າ : ເປັນການບູຊາພະຍານາກ ຜູ້ປະທານນ້ຳຝົນໃຫ້ຕົກຖືກຕ້ອງຕາມລະດູການ ແລະ ກໍ່ຍັງເປັນການເສຍເຄາະຮັບໂຊກ ແລະ ປົດປ່ອຍຄວາມທຸກໃນຕະຫຼອດປີທີ່ຜ່ານມາ. ເຊິ່ງການຈັດກິດຈະກຳໄຕ້ໂຄມໄຟ ທີ່ວັດອົງຕື້ ມະຫາວິຫານ ນີ້ແມ່ນເປັນຄັ້ງທໍາອິດ ທີ່ມີການໄຕ້ໂຄມໄຟເປັນຈໍານວນ 1,999 ອັນ ແລະ ໃນປີຕໍ່ໄປກໍ່ຈະໄດ້ມີການຈັດກິດຈະກຳແບບນີ້ຕື່ມອີກ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ