ມີ​ຜູ້​ເສຍ​ຊີ​ວິດ 13 ຄົນ​ຈາກເຫດ​ເຮືອ​ປະ​ມົງ​ຈີນ​ຫຼົ້ມທີ່​ເຂດ​ທະ​ເລ​ສາ​ກົນ​ໃກ້​ຍີ່​ປຸ່ນ
2017-10-07 16:45:49  cri 
ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ໂອ​ຊາ​ຄາ​ປະ​ເທດ​ຍີ່​ປຸ່ນ​ໃຫ້​ຮູ້​ວ່າ: ມາ​ຮອດ​ເວ​ລາ 16 ໂມງ 20 ນາ​ທີ​ຂອງວັນ​ທີ 6 ຕຸ​ລາ​ນີ້ ສາ​ມາດ​ພົບ​ສົບ​ລູກ​ເຮືອ​ທີ່​ຫາຍ​ສາບ​ສູນ​ຈາກເຫດເຮືອ​ປະ​ມົງ "ຫຼູ​ໂຢງຢວນ​ຢູ"​ 378 ຂອງ​ຈີນ​ຫຼົ້ມ​​ 12 ຄົນ​ໄດ້ໝົດ​ແລ້ວ​. ນອກ​ນີ້ ຜ່ານ​ການ​ຢັ້ງ​ຢື​ນ​ແລ້ວ​​ຮູ້​ວ່າ: ລູກ​ເຮືອ 4 ຄົນ​ທີ່​ໄດ້​ພົບ​ໃນ​ກ່ອນ​ໜ້າ​ນີ້​ມີ 1 ຄົນ​ເສຍ​ຊີ​ວິດ​ໄປ​ແລ້ວ​ຂະ​ນະ​ທີ່​ຖືກ​ພົບ​ຈາກ​ທະ​ເລ.

ປັດ​ຈຸ​ບັນ​,ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກຳ​ລັງ​ສັນ​ນະ​ສູດ​ສົບ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ. ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ໂອ​ຊາ​ຄາ​ປະ​ເທດ​ຍີ່​ປຸ່ນ​ຢືນ​ຢັນ​ວ່າ: ໜ່ວຍ​ງານ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ຈະ​ສືບ​ຕໍ່​ປະ​ສານ​ງານ​ກັບ​ບັນ​ດາ​ຝ່າຍ ເພື່ອເຮັດ​ວຽກ​ຫຼັງ​ເຫດ​ທີ່​ກ່ຽວ​ຂ້ອງ​ໃຫ້​ໄດ້​ຮັບ​ຜົນ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ