ນັກສຶກສາລາວທີ່ນະຄອນຫລວງປັກກິ່ງ ສະເຫລີມສະຫລອງ ວັນຄູແຫ່ງຊາດ
2017-10-08 15:28:35  cri 

ວັນທີ 7 ຕຸລາ 2017 ນີ້,ຄະນະນັກສຶກສາລາວທີ່ນະຄອນຫລວງປັກກິ່ງ ໄດ້ຈັດພິທີເປີດສົກຮຽນ2017-2018 ແລະສະເຫລີມສະຫລອງ ວັນຄູແຫ່ງຊາດ ຄົບຮອບ 23 ປີ ຂຶ້ນ ທີ່ສະຖານທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ, ເປັນກຽດເຂົ້າຮ່ວມ ມີ ທ່ານ ສະເຫລີມໄຊ ທະທົງສັກ ອຸປະທູດລາວ ປະຈຳຈິີນ,ທ່ານ ນາງ ບຸນເຮັ່ງ ສີຫາລາດ ຫົວຫນ້າຫ້ອງການສຶກສາ ແລະວັດທະນະທຳ, ພ້ອມດວ້ຍພະນັກງານ ແລະ ນັກສຶກສາ 390 ກວ່າຄົນເຂົ້າຮ່ວມ.  ໃນພິທີຄັ້ງ​ນີ້, ທ່ານ ແມັກ ແສນສຸກ ຫົວຫນ້າຄະນະນັກສຶກສາລາວໄດ້ສະຫລຸບ ຜົນງານຕ່າງໆ ທີ່ພົ້ນເດັ່ນ ໃນສົກປີທີ່ຜ່ານມາ ແລະສະເໜີແຜນການເຄື່ອນໄຫວວຽກງານໃນ​ສົກຮຽນ 2017-2018. ຫລັງຈາກນັ້ນ,ກໍ່ໄດ້ມີການສະແດງ ສິນລະປະ,ຮອ້ງເພງ,ອ່ານກາບກອນ ແລະ ສາຍຮູບເງົາສັ້ນ,ໄດ້ສ້າງຄວາມເບີກບານມ່ວນຊື່ນທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງ ຫລວງຫລາຍ.


ໃນໂອກາດນີ້, ທ່ານ ນາງ ເພັດຄຳ ລໍສິງຄຳ ຕາງໜ້າໃຫ້ຄະນະສະຫະພັນແມ່ຍິງນັກສຶກສາລາວ ໄດ້ກ່າວຄວາມຮູ້ສຶກຂອງຕົນວ່າ: ນັກສຶກສາທຸກຄົນຂໍຈາລຶກແລະຈົດຈຳບຸນຄຸນຄູອາຈານທຸກໆທ່ານ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ຖ່າຍທອດວິຊາຄວາມຮູ້ທັງໝົດໃຫ້ແກ່ພວກເຮົາ, ກໍ່ຍ້ອນມີຄູໃນວັນນັ້ນ ພວກເຮົາຈຶ່ງມີໂອກາດໄດ້ມາສຶກສາຮ່ຳຮຽນຕໍ່ຢູ່ປະເທດຈີນ.

ນອກຈາກນີ້, ທ່ານ ສອນທະວີ ໄຊຍະໂພສີ ອາຈານຈາກມະຫາວິທະຍາໄລແຫ່ງຊາດລາວ ປະຈຸບັນເປັນຊ່ຽວຊານ ຢູ່ພະແນກພາສາລາວ ວິທະຍຸສາກົນແຫ່ງປະເທດຈີນກໍ່ໄດ້ກ່າວວ່າ:ໃນຖານະທີ່ເປັນຄູສອນຂໍສະແດງຄວາມຂອບໃຈຕໍ່ຄູອາຈານທຸກໆທ່ານທີ່ໄດ້ເຄີຍ ສິດສອນແລະສ້າງຂ້າພະເຈົ້າໃຫ້ມີຄວາມຮູ້ຄວາມສາມາດແລະປະກອບອາຊີບເປັນຄູທຸກມື້ນີ້,ພອ້ມທັງຝາກເຖິງຄູອາຈານທຸກໆທ່ານທີ່ປະຕິ ບັດໜ້າທີ່ອັນມີກຽດສະຫງ່ານີ້ ຂໍໃຫ້ມີຄວາມຕັ້ງໃຈແລະຮັກສານ້ຳໃຈຂອງຄວາມເປັນຄູ ທຸ້ມເທສ້າງນັກສຶກສາຂອງຊາດເຮົາເພື່ອ ຊ່ວຍກັນພັດທະນາປະເທດໃຫ້ນັບມື້ນັບດີຂຶ້ນໄປເລື້ອຍໆ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ