ອີ​ຣານ​ພ້ອມ​ຈະ​ເປີດ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ອາ​ຣັບ​ບີ​ຊາ​ອຸ​ດິດ​ຄືນ​ໃໝ່
2017-10-08 17:10:03  cri 
ທ່ານ​ໂມ​ຮາ​ເມັດ ຈາ​ວັດ ຊາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ຢືນ​ຢັນ​ໃນ​ວັນ​ທີ 7 ຕຸ​ລາ​ນີ້​ວ່າ: ອີ​ຣານ​ພ້ອມ​ແລ້ວ​ຈະ​ເປີດ​ການ​ເຈ​ລະ​ຈາ​ແລະ​ຕິດ​ຕໍ່​ພົວ​ພັນ​ທາງ​ການ​ທູດ​ກັບ​ອາ​ຣັບ​ບີ​ຊາ​ອຸ​ດິດ​ຄືນ​ໃໝ່.

ສຳ​ນັກ​ຂ່າວ​ສານ​ທາ​ສ​ນິມ​ຂອງ​ອີ​ຣານ​ໄດ້​ອ້າງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ຊາ​ຣິ​ຟ​ມາ​ລາຍ​ງານ​ວ່າ: ປັດ​ຈຸ​ບັນ, ອີ​ຣານ​ແລະ​ອາ​ຣັບ​ບີ​ຊາ​ອຸ​ດິດ​ຕ່າງ​ກໍ​ມີ​ເຈດ​ຈຳ​ນົງ​ໃນ​ການ​ເປີດ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ທາງ​ການ​ທູດ​ຄືນ​ໃໝ່.
ທ່ານ​ຊາ​ຣິ​ຟ​ຢືນ​ຢັນ​ວ່າ ອີ​ຣານ​ຍິນ​ດີ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ອາ​ຣັບ​ບີ​ຊາ​ອຸ​ດິດ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ທາງ​ຈຸດ​ຢືນ​ຂອງ​ສອງ​ຝ່າຍ.

ເດືອນ​ມັງ​ກອນ​ປີ 2016 ຜ່ານ​ມາ, ຝ່າຍ​ອາ​ຣັບ​ບີ​ຊາ​ອຸ​ດິດ​ໄດ້​ລົງ​ໂທດ​ປະ​ຫານ​ຊີ​ວິດ​ຜູ້​ຖືກ​ສົງ​ໄສ​ກໍ່​ການ​ຮ້າຍຫຼາຍ​ຄົນ ໃນ​ນີ້​ມີ​​ນັກ​ສາ​ສະ​ໜາ​ນິ​ກາຍ​ຊີ່​ອະ​ຄົນ​ໜຶ່ງ ເຊິ່ງ​ເປັນ​ເຫດ​ໃຫ້​ປະ​ຊາ​ຊົນ​​ອີ​ຣານ​​ປະ​ທ້ວງ​ດ້ວຍ​ການ​ທຳ​ລາຍສະ​ຖານ​ທູດ​ອາ​ຣັບ​ບີ​ຊາ​ອຸ​ດິດ​ປະ​ຈຳ​ອີ​ຣານ​, ຈາກ​ນັ້ນ, ອາ​ຣັບ​ບີ​ຊາ​ອຸ​ດິດ​ແລະ​ອີ​ຣານ​ກໍໄດ້​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ