ຕາມຂ່າວສານຊິ່ນຮວາ: ວັນທີ 7 ຕຸລານີ້, ອົງການຮາມັສປະກາດວ່າ, ຂະແໜງການຮັກສາຄວາມໝັ້ນຄົງຂອງອົງການຕົນໄດ້ຈັບຫົວໜ້າສຳຄັນຜູ້ໜຶ່ງແລະສະມາຊິກ 3 ຄົນຂອງກຸ່ມ ISIS ຢູ່ພາກໃຕ້ເຂດກາຊາ.
ທ່ານ ອີຢັດ ອາໂບໂຊມ, ເຈົ້າໜ້າທີ່ອົງການຮັກສາຄວາມໝັ້ນຄົງຂອງຮາມັສກ່າວວ່າ, ຕອນເດິກວັນທີ 6 ຕຸລານີ້, ເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງອົງການຮາມັສ ໄດ້ຈັບ 4 ຄົນດັ່ງກ່າວຢູ່ເມືອງລາຟາ ພາກໃຕ້ເຂດກາຊາ ແລະໄດ້ດຳເນີນການສອບສວນສືບສວນເຂົາເຈົ້າໃນທັນທີ.
ຕາມຜູ້ຮູ້ເຫດການທີ່ບໍ່ປະສົງອອກນາມເຜີຍໃຫ້ຮູ້ວ່າ, ຫົວໜ້າກຸ່ມ ISIS ຜູ້ນີ້ເຄີຍເຂົ້າຮ່ວມການສູ້ຮົບຂອງ ISIS ຢູ່ລີບີ, ແລະໄດ້ກັບຄືນເຂດກາຊາໃນປີ 2016.