ອົງ​ການ​ຮາ​ມັ​ສ​ປະ​ກາດວ່າໄດ້​ຈັບສ​ະ​ມາ​ຊິກ ກຸ່ມ ISIS
2017-10-08 17:10:00  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 7 ຕຸ​ລາ​ນີ້, ອົງ​ການ​ຮາ​ມັ​ສ​ປະ​ກາດ​ວ່າ, ຂະ​ແໜງ​ການຮັກ​ສາ​ຄວາມໝັ້ນ​ຄົງຂອງ​ອົງ​ການ​ຕົນ​ໄດ້​ຈັບຫົວ​ໜ້າ​ສຳ​ຄັນ​ຜູ້​ໜຶ່ງ​ແລະ​ສະ​ມາ​ຊິກ 3 ຄົນ​ຂອງ​ກຸ່ມ ISIS ຢູ່​ພາກ​ໃຕ້​​ເຂດກາ​ຊາ.

ທ່ານ ອີ​ຢັດ ອາ​ໂບ​ໂຊມ, ເຈົ້າ​ໜ້າ​ທີ່​​ອົງ​ການ​ຮັກ​ສາຄວາມໝັ້ນ​ຄົງ​ຂອງ​ຮາ​ມັ​ສກ່າວ​ວ່າ, ຕອນເດິກ​ວັນ​ທີ 6 ຕຸ​ລາ​ນີ້, ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ຮາ​ມັ​ສ ໄດ້​ຈັບ 4 ຄົນ​ດັ່​ງ​ກ່າວ​ຢູ່​ເມືອງ​ລາ​ຟາ ພາກ​ໃຕ້​​ເຂດກາ​ຊາ ແລະ​ໄດ້​ດຳ​ເນີນ​ການ​ສອບ​ສວນ​ສືບ​ສວນເຂົາ​ເຈົ້າ​ໃນ​ທັນ​ທີ.

ຕາມ​ຜູ້​ຮູ້​ເຫດ​ການ​ທີ່​ບໍ່​ປະ​ສົງ​ອອກ​ນາມ​ເຜີຍ​ໃຫ້​ຮູ້​ວ່າ, ​ຫົວ​ໜ້າກຸ່ມ ISIS ຜູ້​ນີ້​ເຄີຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​​ຂອງ ISIS ຢູ່​ລີ​ບີ, ແລະ​ໄດ້​ກັບ​ຄືນເຂດກາ​ຊາ​ໃນ​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ