ເວັບໄຊສູນຖະແຫຼງຂ່າວ(http://19th.cpcnews.cn)ແລະຊື່ວີແຊດ(ຊື່:cpcnews19th)ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 11 ຕຸລານີ້.
ຂ່າວແຈ້ງວ່າ, ເວັບໄຊສູນຖະແຫຼງຂ່າວແລະຊື່ວີແຊດດັ່ງກ່າວຈະເຜີຍແຜ່ວາລະປະຊຸມ, ສະພາບການ, ປະກາດແລະຖະແຫຼງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19, ສະໜອງຂໍ້ມູນຂ່າວສານກ່ຽວກັບກອງປະຊຸມດັ່ງກ່າວດ້ວຍພາສາຈີນແລະອັງກິດໃຫ້ແກ່ນັກຂ່າວແລະຜູ້ຊົມຈີນແລະຕ່າງປະເທດພ້ອມທັງສະໜອງຂໍ້ມູນເບື້ອງຫຼັງ, ຄວາມຮູ້ທິດສະດີຂອງພັກກອມມູນິດຈີນແລະອື່ນໆ. ນອກນີ້, ນັກຂ່າວຈີນແລະຕ່າງປະເທດຍັງສາມາດຄົ້ນຫາ, ຊອກຮູ້ເນື້ອໃນແລະມາດຕະການຕ່າງໆຂອງສູນຖະແຫຼງຂ່າວໂດຍຜ່ານເວັບໄຊແລະຊື່ວີແຊດນີ້.