ຈີນ​ຊ່ວຍຍົກ​ລະດັບ​ວຽກ​ງານ​ພັດທະນາ​ຊັບພະຍາກອນ​ແຮ່​ທາດ​​ ປະຈຳ​ປີ 2017
2017-10-09 16:23:40  cri 

 

ວັນ​ທີ 9 ຕຸລານີ້, ທີ່​ສູ​ນຝຶກ​ອົບຮົມ​ແນວ​ລາວ​ສ້າງ​ຊາດ, ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດ​ຝຶກ​ອົບຮົມ​​ໃນ​ຫົວ​ຂໍ້: ​ເຕັກນິກ​ພື້ນຖານ​ດ້ານ​ການ​ບຸກ​ເບີກ​ພັດທະນາ​ຊັບພະຍາກອນ​ແຮ່​ທາດ ປະຈຳ​ປີ 2017, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ແຄນ​ທອງ ສີ​ສຸ​ວົງ ຮອງ​ປະທານ ຄະນະ​ກຳມາ​ທິການ​ຮ່ວມ​ມື​ລາວ-ຈີນ, ມີ​ທ່ານ Wang Jianguang ຮອງ​ຫົວໜ້າ​ສູນ​ຝຶກ​ອົບຮົມ​ພະນັກງານ​ເສດຖະກິດ-ການ​ຄ້າ​ສາກົນ ​ແຂວງ​ຝູຈ້ຽນ ສປ.ຈີນ ແລະ ມີ​ນັກ​ສຳ​ມະ​ນາກ​ອນຈາກ​ຂະ​ແໜງ​ການ​ພະລັງງານ ​ແລະ ບໍ່​ແຮ່​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ.

   ຈຸດປະສົງ ໃນການຈັດຊຸດ​ຝຶກ​ອົບຮົມ​ ແມ່ນເພື່ອການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຄິດ​ໄລ່​ປະລິມານ​ສະ​ສົມ ​ແລະ ການ​ຂຽນ​ບົດ​ລາຍ​ງານ, ການ​ສຳ​ຫລວດ​ໄພ​ທໍລະນີ​ສາດ, ວິທີ ​ແລະ ​ເຕັກ​ນິກການ​ສຳ​ຫລວດ​ບໍ່​ແຮ່, ທໍລະນີ​ວິສະວະກຳ ​ແລະ ທໍລະນີ​ອຸ​ທົກ​ກະສາ​ດ, ​ໄພ​ທໍລະນີ​ສາດ-ທໍລະນີ​ຂຸດ​ຄົ້ນ​ບໍ່​ແຮ່, ການ​ຄຸ້ມ​ຄອງ​ດ້ານ​ການວາງ​ແຜນ​ພັດທະນາ​ຊັບພະຍາກອນ​ບໍ່​ແຮ່, ການ​ຄຸ້ມ​ຄອງ​ດ້ານ​ການວາງ​ແຜນ​ພັດທະນາ​ຊັບພະຍາ ກອນ​ບໍ່​ແຮ່, ການ​ຄຸ້ມ​ຄອງ​ດ້ານການ​ສຳ​ຫລວດ​ຊັບພະຍາກອນ​ບໍ​ແຮ່, ສິ່ງ​ຄວນ​ປະຕິບັດ​ໃນ​ກາ​ນຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​ແລະ ຕົວຢ່າງ, ພ້ອມ​ນີ້ ຍັງ​ໄດ້​ຮຽນ​ຮູ້​ຈຸດ​ສຳຄັນ​ໃນ​ການ​ສ້າງ​ແຜນ​ພັດທະນາ​ຊັບພະຍາກອນ​ບໍ່​ແຮ່ ​ແລະ ການ​ອະທິບາຍ​ຕົວ​ເລກ​ຊີ້​ວັດ​. ນອກຈາກ​ການຮຽນ​ທິດ​ສະ​ດີ​ແລ້ວ ຜູ້​ເຂົ້າ​ຮ່ວມ​ຍັງຈະ​ໄດ້​ໄປ​ທັດສະນະ​ສຶກສາ​ທາງ​ພາກ​ສະໜາມ​ຕົວ​ຈິງ​.

  ​ໄລຍະ​ຜ່ານ​ມາ, ລັດຖະບານ​ຈີນ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສະໜອງ​ການ​ຝຶກ​ອົບຮົມ​ໃຫ້​ແກ່​ລາວ​ຢ່າງ​ຕໍ່​​ເນື່ອງ ​ໃຫ້​ພະນັກງານ-ລັດຖະກອນ​ລາວ ​ໃນ​ຫົວຂໍ້​ດັ່ງກ່າວ​ນີ້ ເພື່ອ​ພັດທະນາ​ຄວາມ​ຮູ້, ຄວາ​ມສາມາດ​ໃຫ້​ແກ່​ພະນັກງານ​ທີ່​ເຮັດ​ວຽກ​ຢູ່​ຂົງ​ເຂດ​ດ້ານ​ການ​ບຸກ​ເບີ​ກພັດທະນາ​ຊັບພະຍາກອນ​ແຮ່​ທາດ, ​ໂດຍ​​ໄດ້​ຮັບ​ຟັງ​ການ​ບັນຍາຍ​ຈາກ​ຊ່ຽວຊານ​ຜູ້​ທີ່​ມີ​ຄວາມ​ຮູ້ ​ແລະ ປະສົບ​ການ​ສູງ​ຈາກ​ປະ​ເທດ​ຈີນ. ນອກ​ນັ້ນ ຍັງ​ໄດ້​ແລ​ກປ່ຽນ​ຄວາມ​ຮູ້​ກັບ​ຜູ້​ບັນຍາຍ ​ແລະ ນັກ​ສຳ​ມະ​ນາກ​ອນທີ່​ເຂົ້າ​ຮ່ວມນຳ​ອີກ.

  ສໍາລັບ ຊຸດຝຶກອົບຮົມ ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ, ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 09 ຕຸລາ ຈົນເຖິງວັນທີ 04 ພະຈິກ 2017ນີ້. ໃຊ້ເປັນເວລາ 30 ວັນ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ