ສຳ​ເລັດ​ການ​ສ້າງ​ໂຮງ​ງານ​ຜະ​ລິດ​ລົດ​ເມ​ໃຊ້​ໄຟ​ຟ້າ​ໃຫຍ່​ທີ່​ສຸດ​ຢູ່​ອາ​ເມ​ລິ​ກາ​ເໜືອ
2017-10-09 16:53:11  cri 
ບໍ​ລິ​ສັດ Build Your Dreams ຫຼື BYD ເຊິ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ​ຈີນ​ໄດ້​ຈັດ​ພິ​ທີ​​ຊົມ​ເຊີຍ​ຜົນສຳ​ເລັດ​ການ​ກໍ່​ສ້າງ​ໂຮງ​ງານຜະ​ລິດ​ລົດ​ຢູ່​ເມືອງ​ລັ​ນ​ຄັ​ສ​ເຕີ​ລັດ​ກາ​ລິ​ໂຟ​ເນຍ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 6 ຕຸ​ລາ​ນີ້. ​ໂດຍ​ໂຮງ​ງານ​ດັ່ງ​ກ່າວ​ໄດ້​ກວມ​ເນື້ອ​ທີ່​ປະ​ມານ 4 ໝື່ນ 1 ພັນ​ຕາ​ແມັດ, ແມ່ນ​ໂຮງຜະ​ລິດ​ລົດ​ເມ​​ໄຟ​ຟ້າແຫ່ງ​ທຳ​ອິດ​ທີ່​ຈີນ​ລົງ​ທຶນ​ຢູ່ອາ​ເມ​ລິ​ກາ, ​ທັງແມ່ນ​ໂຮງ​ງານ​ໃຫຍ່​ທີ່​ສຸດຢູ່​ເຂດ​ອາ​ເມ​ລິ​ກາ​ເໜືອ. ປັດ​ຈຸ​ບັນ, ໂຮງ​ງານ​ຜະ​ລິດ​ລົດ​ເມ​ຂອງ​ບໍ​ລິ​ສັດ BYD ໄດ້​ຈ້າງ​ພະ​ນັກ​ງານ​ຢູ່​ບໍ​ລິ​ເວນ​ອ້ອມ​ແອ້ມ​ 800 ຄົນ​.​ ແລະ​ຄາດ​ວ່າ​ຈະ​ສ້າງວຽກ​ເຮັດ​ງານ​ທຳ​ໄດ້ 1500 ຄົນ.

​ທ່ານ​ເຄ​ເວັນ ເມ​ຄາ​ຊິ ຜູ້​ນຳ​ພັກ​ຫຼາຍ​ຝ່າຍ​ຂອງ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວໃຫ້​ສຳ​ພາດວ່າ, ​ການ​ທີ່ວິ​ສາ​ຫະ​ກິດ​ຈີນ​ເຂົ້າ​ມາ​ລົງ​ທຶນ​ຢູ່​ອາ​ເມ​ລິ​ກາ​ສະ​ແດງ​ໃຫ້​ເຫັນເຖິງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ຕັ້ງ​ໜ້າ​ລະ​ຫວ່າງ​ສອງ​ປະ​ເທດ, ​ແລະ"ເຊື່ອ​ວ່າ​​ເມື່ອການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ແຂງ​ແຮງ​ເທົ່າ​ໃດ, ທົ່ວ​ໂລກ​ກໍ​ຈະ​ແຂງ​ແຮງ​ເທົ່າ​​ນັ້ນ."

ເລີ່ມ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ບໍ​ລິ​ສັດ BYD ​ໄດ້​ລົງ​ທຶນ​ໃນ​ຕະ​ຫຼາດ​ລົດ​ເມ​ໄຟ​ຟ້າ​ຢູ່ອາ​ເມ​ລິ​ກາ​ປະ​ມານ 230 ລ້ານ​ໂດ​ລາ, ​ເຊິ່ງໄດ້​ກວມ​ 80% ຂຶ້ນ​ໄປ​ຂອງ​ຕະ​ຫຼາດ​ລົດ​ເມ​ໄຟ​ຟ້າ​ໃນ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ