ຊອກ​ດາ​ນີບໍ່​ຮັບຜິ​ດຊອບ​​ຄ້າຍ​ຊາວ​ອົບ​ພະຍົບຢູ່​ຊາຍ​ແດນ​ຊອກ​ດາ​ນີ-ຊີຣີ
2017-10-09 16:35:38  cri 

ວັນ​ທີ 8 ຕຸລາ​ນີ້, ທ່ານ​ຊາ​ຟາ​ດີ ​ລັດຖະມົນ​ຕີ​​ກະຊວງ​ການ​ຕ່າງປະ​ເທດ​ຊອກ​ດາ​ນີກ່າວ​ວ່າ: ວຽກ​ງານ​ຕ່າງໆ​ຢູ່​ຄ້າຍຊາວ​ອົບ​ພະຍົບຣຸກບັນ​ຕາມຊາຍ​ແດນ​ຊອກ​ດາ​ນີ-ຊີຣີນັ້ນ, ຊີຣີ ​ແລະ​ສາກົນຕ້ອງຮັບ​ຜິດ​ຊອບ.

ສຳນັກ​ຂ່າວ​​ເປຕຣາຊອກ​ດາ​ນີລາຍ​ງານ​ວ່າ: ທ່ານ​ຊາ​ຟາ​ດີ​ກ່າວ​ໃນການພົບ​ປະ​ກັບ​ບັນດາ​ທູດ​​ເອີ​ລົບ​ປະຈຳ​ປະ​ເທດຕົນວ່າ: ​ເນື່ອງ​ຈາກວ່າ​ຢູ່​ຄ້າຍ​ດັ່ງກ່າວ​​ແມ່ນ​ຄົນ​ຊີຣີ ​ແລະ​ຕັ້ງຢູ່​​ເຂດ​ຊີຣີ, ສະ​ນັ້ນວຽກ​ງານມະນຸດສະທຳ ​ກໍ​ຄື​ການ​​​ແກ້​ໄຂ​ໃນ​ອະນາຄົດ​ລ້ວນ​ແຕ່​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຊີຣີ.

ທ່ານ​ກ່າວ​ຕື່ມ​ວ່າ: ປັດຈຸບັນ​ ຊອກ​ດາ​ນີມີ​ຊາວ​ອົບພະຍົບຂອງຊີຣີ​ເຖິງ​ 1,3 ​ລ້ານ​ຄົນ, ​ໃນ​ນີ້​ມີພຽງ​ແຕ່ 10% ​ເທົ່າ​ນັ້ນ​ທີ່ອາ​ໄສ​ຢູ່​ຄ້າຍຊາວ​ອົບ​ພະຍົບ ​ແລະ 90% ຢູ່​ບັນດາ​ເມືອງ​ຊອກ​ດາ​ນີ ​ເຊິ່ງ​​ໄດ້​ສ້າງຄວາມ​ຫຍຸ້ງຍາກ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​ຊອກ​ດາ​ນີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ