ຊ່ຽວ​ຊານ​ສິງ​ກະ​ໂປ: ຍ້ອງ​ຍໍການ​ກໍ່​ສ້າງ​ລະ​ບົບ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຈີນ
2017-10-10 16:46:11  cri 
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 18 ຕຸ​ລາ​ນີ້. ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຂ່າວ, ທ່ານເຈງ​ຢຸງ​ນຽນ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປໄດ້​ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ຄັ້ງ​ນີ້​ວ່າ, ໃນ​ຫຼາຍ​ປີ​ຜ່ານ​ມາ, ການ​ພັດ​ທະ​ນາ​ຂອງ​ຈີນອອກ​ຈາກ​ການ​ປະ​ຕິ​ຮູບ​ແລະ​ການ​ກໍ່​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ບໍ່​ໄດ້. ນັບ​ແຕ່​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 1​8 ມາ​ນີ້, ຈີນ​ໄດ້ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ຕໍ່ເນື່ອງ, ​ຄວາມ​ໝັ້ນ​ຄົງ​ທາງ​ສັງ​ຄົມ, ການ​ກໍ່​ສ້າງ​ຄວາມ​ສາ​ມາດ​ປ້ອງ​ກັນ​ປະ​ເທດ​ແລະ​ອື່ນ​ໆ. ນອກ​ນີ້, ການ​ກໍ່​ສ້າງ​ລະ​ບຽບ​ຂອງ​ພັກ​ກໍ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ເລື່ອງ​ດັ່ງ​ກ່າວ, ​ເຊິ່ງ​ມັນ​ໄດ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ, ສັງ​ຄົມ​ແລະ​ການ​​ປົກ​ຄອງ​ດ້ວຍ​ກົດ​ໝາຍ.

ທ່ານ​​ເຈງ​ຢຸງ​ນຽນ​ກ່າວ​ຕື່ມ​ວ່າ, ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ້ອງ​ການ​​ການນຳ​ພາ​ຂອງ​ພັກ​ການ​ເມືອງ​ທີ່​ສະ​ຫຼາດ, ພັກ​ການ​ເມືອງ​ເຫຼົ່າ​ນີ້​ກໍ​ຕ້ອງ​ການ​ນຳ​ພາ​ໂດຍ​ຜູ້​ນຳ​ທີ່​​ເຂັ້ມແຂງ​. ທ່ານ​ເອງ​ເຄີຍ​ແລກ​ປ່ຽນ​​ຄວາມ​ຄິດ​ເຫັນກັບ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ກ້າ​ອອກ​ຂໍ້​ຕົກ​ລົງ​ເຮັດ​ໃຫ້​ທ່ານ​ປະ​​ທັບ​ໃຈ​ຫຼາຍ.

ຈ້ອງມອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ໃກ້​ຈະ​ມາ​ເຖິງ, ທ່ານ​​ເຈງ​ຢຸງ​ນຽນ​ເຫັນ​ວ່າ​ນີ້​ບໍ່​ພຽງ​ແຕ່​ກ່ຽວ​ພັນ​ເຖິງ​ຂະ​ບວນ​ພັດ​ທະ​ນາ​ຂອງ​ຈີນ​ໃນ 5 ປີຫຼື 10 ປີ​ໃນ​ອະ​ນາ​ຄົດ, ​ຍັງ​ເປັນ​ສິ່ງ​ສຳ​ຄັນ​ທີ່​ກ່ຽວ​ພັນ​ເຖິງ​ການ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ຮ້ອຍ​ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊາດ​ຈີນ. "ຫວັງ​ວ່າກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ​ນີ້​ຈະກາຍ​ເປັນ​ຈຸດ​ລ້ຽວ​ອັນ​ຍິ່ງ​ໃຫຍ່​ໃນ​ຂະ​ບວນ​ຊົນ​ຊາດ​ຈີນ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຄືນ​ໃໝ່."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ