ຫາລື​ການຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ນະຄອນ ຫຼວງ​ວຽງ​ຈັນ
2017-10-10 16:55:33  cri 

​  

 ໃນຕອນເຊົ້າວັນ​ທີ 10 ຕຸລາ​ນີ້, ອົງການ​ປົກຄອງ​ນະຄອນ​ຫຼວງ​ວຽງຈັນ ຮ່ວມ​ກັບ ກະຊວງ​ໂທ​ຍາ​ທິການ ​ແລະ ຂົນ​ສົ່ງ, ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ ​ແກ້​ວພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

   ທ່ານຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ກ່າວ​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ, ພັກ​ ​ແລະ ລັດຖະບານ ​ໄດ້​ເອົາ​ໃຈ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ​ຢ່າງ​ບໍ່​ລົດ​ລະ, ​ໂດຍ​ນຳ​ໃຊ້​ທຶນ​ຂອງ​ລັດ,​ ການ​ຮ່ວມ​ມື​ຂອງ​ປະຊາຊົນ, ​ເອກະ​ຊົນ, ທັງ​ຍາດ​ແຍ່ງ​ເອົາ​ທຶນ​ກູ້​ຢືມ ​ແລະ ຊ່ວຍ​ເຫຼືອ​ລ້າ​ຈາກ​ສະ​ຖາ​ບັນ ການ​ເງິນ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ປະ​ເທດ​ເພື່ອນ​ມິດ ​ເພື່ອ​ສືບ​ຕໍ່​ພັດທະນາ, ​ໂດຍ​ສະ​ເພາະ​ນະຄອນຫລວງ​ວຽງ​ຈັນ ບັນດາ​ເທດສະບານ​ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ​ໃຫ້​ມີ​ພື້ນຖານ​ໂຄງ​ລ່າງ​ຄົບ​ຊຸດ, ມີ​ລະບົບ​ບໍລິຫານ ​ແລະ ບໍລິການ​ຕົວ​ເມືອງ, ລະບົບສຸຂະ​ພິບານ​ພຽງພໍ​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ, ມີ​ສິ່ງ​ແວດ​ລ້ອມ​ທີ່​ຍືນ​ຍົງ ​ແລະ ໜ້າຢູ່, ມີ​ເສດຖະກິດ​-ສັງຄົມ ​ຂະຫຍາຍຕົວ​ຕໍ່​ເນື່ອງ​ຕິດ​ພັນ​ກັບ​ສິ່ງ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ເພື່ອ​ສົ່ງ​ເສີມ​ຄວາມ​ສາມາດ ​ແລະ ການ​ຜະລິດ​ການ​ຄ້າຂາຍ​ທີ່​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ຕ່າງປະ​ເທດ.

    ​ໂອກາດ​ນີ້, ທ່ານ​ຮອງ​ເຈົ້າ​ຄອງ ຍັງ​​ເນັ້ນໃຫ້​ພາກສ່ວນ​ກ່ຽວຂ້ອງຈົ່ງ​ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ຈັດ​ສັນ​ແຜນຜັງ​ລະອຽດ​ໃຫ້​ຄົບ​ຊຸດ​ສົມບູນ, ຮັບປະກັນ​ໃຫ້​ການ​ພັດທະນາ​ຖືກຕ້ອງ​ຕາມ​ແຜນຜັງ​ຊີ້​ນຳ​ລວມ ​ເພື່ອ​ຄວາມ​ສົມ​ດູ​ນລະຫວ່າງ​ເຂດ​ແຄວ້ນ, ທັງ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ; ສືບ​ຕໍ່​ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ, ລະບົບ​ການ​ບໍລິຫານ​ຕົວ​ເມື​ອງ ​ແລະ ລະບົບ​ສຸຂາພິບານ​ຄົບ​ຊຸດ ພຽງພໍ​ກັບ​ຄວາມ​ຕ້  ອງການ​ຕົວ​ຈິງ, ມີ​ສິ່ງ​ແວດ​ລ້ອມ​ທີ່​ຍືນ​ຍົງ​ໜ້າ​ຢູ່ ​ແລະ ​ເສດຖະກິດ-ສັງຄົມ​ມີ​ການຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ພັດທະນາ​​ຊຸມ​ຊົນ ຫຼື ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ເຂດ​ຊົນນະ​ບົດ ​ເພື່ອ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ການ​ພັດທະນາ​ລົງ​ເທື່ອ​ລະ​ກ້າວ; ພ້ອມ​ທັງ ສ້າງ​ຕົວ​ເມືອງ​ໃຫ້​ມີ​ຫຼາຍ​ສີສັນ, ​ໂດຍ​ການ​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກສາ​ບູລະ​ນີຕົວ​ເມືອງ​​ເກົ່າ​ໃຫ້​ກາຍ​ເປັນ​ພື້ນຖານ​ທີ່​ປົກ​ປັກ​ຮັກສາ​ເອກະລັກ​ທາງ​ດ້ານ​ສິລະ​ປະວັດ​ທະນະ​ທຳ​ທີ່​ເປັນ​ເອກະລັກ​ຂອງ​ຊາດ ​ແລະ ທ້ອງ​ຖິ່ນ​ມີ​ການ​ປະສານ​ກົມ​ກືນ​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ກໍ​ຄື​ກໍ່ສ້າງ​ອັນ​ໃໝ່ ​ແລະ ການ​ປັບປຸງ​ສິ່ງ​ແວດ​ລ້ອມ​ຕົວ​ເມືອງ​ແບບ​ຍືນ​ຍົງ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ