ງານ​ວາງສະ​ແດງວິຈິດ​ຕະກຳ​ຂະໜາດ​ໃຫຍ່ "ຊາວ​ຈີນ​ທີ່​ງາມ​ທີ່​ສຸດ-ສະຫຼອງກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 19 ​ຂອງ​ພັກ​ກອມ​ມູນິດ​ຈີນ​ໄຂ​ຂຶ້ນຢ່າງມີ​ໄຊ"
2017-10-11 16:11:21  cri 

ງານ​ວາງສະ​ແດງ​ວິຈິດ​ຕະກຳ​ຂະໜາດ​ໃຫຍ່ ຊາວ​ຈີນທີ່​ງາມ​ທີ່​ສຸດ​ເພື່ອ​ສະ​ເຫຼີມສະຫຼອງ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ໄຂ​ຂຶ້ນຢ່າງ​ມີ​​ໄຊ ​​ເຊິ່ງ​ມີ​ຄະນະ​ໂຄສະນາ​ອົບ​ຮົບ​ສູນ​ກາງ​ພັກ​ເປັນ​ຜູ້​ຊີ້​ນຳ ​ແລະ ສະຫະພັນ​ວົງ​ການ​ວັນນະຄະດີສິລະ​ປະຈີນ, ສະມາຄົມວິຈິດ​ສິນ​ຈີນ ​ແລະ ຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນ ຮ່ວມ​ເປັນ​ເຈົ້າພາບ ໄດ້​ຈັດ​ຂຶ້ນຢູ່​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນ​ໃນວັນ​ທີ 10 ຕຸລາ​ນີ້ທີ່​ນະຄອນຫຼວງປັກ​ກິ່ງ.

ຂ່າວ​ລາຍ​ງານ​ວ່າ:​ ງານ​ວາງສະ​ແດງ​ຄັ້ງນີ້​ໄດ້​ເຊື້ອ​ເຊີນຈິດຕະກອນ​ທີ່​ມີ​ຊື່​ສຽງ 43 ທ່ານ​ຈາກ​ທົ່ວ​ປະ​ເທດ ​ເພື່ອ​ແຕ້ມ​ຮູບ 21 ຮູບ ​ໂດຍ​​ສົ່ງເສີມຈິດ​ໃຈ​ແຫ່ງ "​ບຸກຄົນ​ທີ່​ເປັນແບບຢ່າງ​ສຳຄັນແຫ່ງ​ຍຸກ​ສະ​ໄໝ" ທີ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ໄດ້​​ເຜີຍ​ແຜ່ໂຄສະນາ ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 18 ຂອງ​ພັກ​ເປັນຕົ້ນມາ.

​ຜູ້​ເຂົ້າຮ່ວມ​ງານ​ຄັ້ງນີ້​ເຫັນ​ວ່າ, ຜ່ານ​ການ​ຊົມ​ງານ​ວາງສະ​ແດງ​ດັ່ງກ່າວ ​ກໍໄດ້​ເ​ຫັນບຸກ​ຄົນ​ທີ່ຖືກ​ຂະໜານ​ນາມ​ເປັນ "ຊາວ​ຈີນ​ທີ່​ງາມ​ທີ່​ສຸດ" ຈາກ​ຂະ​ແໜງ​ການ​ຕ່າງໆ ​​ເຊິ່ງ​ເປັນ​ການ​ກະຕຸກ​ຊຸກຍູ້​ໃຫ້​ຕົນ​ເອງ​ຕ້ອງ​ຈິດ​ສຳນຶກທີ່ດີ​ວ່າ​​ຄວນ​ດຳລົງ​ຊີວິດ​ແບບ​ໃດ​ເພື່ອ​​ເຮັດ​ໃຫ້​ຕົນ​ເອງ​ມີຄຸນຄ່າ​ສູງ​ຍິ່ງ​ຂຶ້ນ ​ແລະ ປະກອບສ່ວນ​ຕໍ່​ສັງຄົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ