ອາຣັບ​ເອມີ​ເຣັດສ້າງ​​ໂປຼແກຼມ​ການ​ຄ້າ​ແບບ​ບໍ່​ນຳໃຊ້​ເງິນສົດ
2017-10-11 16:47:30  cri 
ໜັງສືພິມ "ການ​ຄ້າ​ອ່າວ​ທະ​ເລ" ສະຫະລັດ​ອາຣັບ​ເອມີ​ເຣັດ ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ​ເວທີ​ກະ​ເປົາ​ເງິນ​ຕົວ​ເລກ​ອາຣັບ​ເອມີ​ເຣັດ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ທະນາຄານ​ດີ​ເລີດ 16 ​ແຫ່ງ​ຂອງ​ປະ​ເທດ​ຕົນ ​ແລະ​ໄດ້​ສ້າງ​ໂປຼ​ແກຼມໃ​ໝ່ Klip ​ເພື່ອ​ນຳ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ປະຈຳ​ວັນ​ແທນ​ເງິນສົດ ​ບໍ່​ວ່າ​​ໃຜ​ກໍ​ຕາມ​ ຂໍ​ພຽງ​ແຕ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ອາຣັບ​ເອມີ​ເຣັດ ລ້ວນ​ແຕ່​ສາມາດ​ນຳ​ໃຊ້​​ໂປຼ​ແກຼມ​ດັ່ງກ່າວ​​ໃນ​ການ​ຊຳລະ​ເງິນ, ​ໂອນ​ເງິນ ​ແລະ ຝາກ​ເງິນ ​ແບບ​ບໍ່​ນຳ​ໃຊ້​ເງິນສົດ.ທ່ານ​ອັບ​ດຸນ ອາ​ຊິ​ສ ອານ ກູຣາຍ ປະທານ​ສະຫະພັນ​ທະນາຄານ​ອາຣັບ​ເອມີ​ເຣັດ ທັງ​ເປັນ​ຫົວໜ້າ​ອຳນວຍ​ການ​ບໍລິຫານ​ງານ​ທະນາຄານ​ມາສ​ເຣັກ ປະ​ເທດ​ດັ່ງກ່າວ ກ່າວ​ວ່າ: ການ​ສ້າງ ​ແລະ ນຳ​ໃຊ້​ໂປຼ​ແກຼມ Klip ຈະ​ເປັນ​ການ​ຊຸກຍູ້​ການ​ສ້າງ​ລະບົບ​ຊຳລະ​ເງິນ​ແບບ​ຕົວ​ເລກ​ຂອງ​ປະ​ເທດ​ຕົນ​ຢ່າງ​ແຂງ​ແຮງ, ມີ​ຜົນ​ດີ​ຕໍ່​ຜູ້​ບໍລິ​ໂພ​ກ, ວິ​ສາ​ຫະກິດ ​ແລະ ທະນາຄານ​ຕ່າງໆ ທັງ​ຈະ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະ​ເທດ​ຕົນ​ທີ່​ຂ້າມ​ຜ່ານ​ໄປ​ສູ່ສັງຄົມ​ແບບ​ບໍ່​ນຳ​ໃຊ້​ເງິນສົດ​​ໃນ​ຕໍ່ໜ້າ​ເປັນ​ກ້າວໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ