ສູນ​ຂ່າວກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ເລີ່​ມ​ເປີດ​ບໍລິການ​ແລ້ວ
2017-10-11 16:52:41  cri 

 

ສູນ​ຂ່າວກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ທີ່​ຕັ້ງຢູ່​ໂຮງ​​ແຮມ​ເມ​ເດຍ ນະຄອນຫຼວງປັກ​ກິ່ງ ​ໄດ້​ເລີ່​ມ​ເປີດບໍລິການ​ຕໍ່​ພາຍ​ນອກ​ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ 11 ຕຸລາ​ນີ້​ເປັນຕົ້ນ​ໄປ ​ໂດຍ​ໄດ້​ອອກ​ບັດ​ໃຫ້​ນັກ​ຂ່າວ​ພາຍ​ໃນ​ແລະ​ຕ່າງປະ​ເທດ ພ້ອມ​ທັງ​ຮັບຊ່ວຍ​ການ​ຮ້ອງ​ຂໍ​ສຳພາດ​ຂ່າວ, ຈັດ​ສັນການ​ເຂົ້າຮ່ວມ​​ສຳພາດ​ຂ່າວ​ຂອງ​ກອງ​ປະຊຸມ ​ແລະ​ອື່ນໆ.

​ເມື່ອ​ທຽບ​ກັບ​ກອງ​ປະຊຸມ​ທຸກ​ຄັ້ງຜ່ານ​ມາ​ແລ້ວ​ເຫັນ​ວ່າ, ສູນ​ຂ່າວ​ດັ່ງກ່າວ​ໄດ້​ມີ​ການ​ປັບປຸງ​ຫຼາຍດ້ານ​ໃນ​ການ​​ເປີດບໍລິການຕໍ່​ພາຍ​ນອກ ​​ເຊັ່ນ: ໜຶ່ງ, ​ເພີ່ມ​ບ່ອນ​ປະຈຳການ​ໃຫ້​ນັກ​ຂ່າວ​ ຄື ​ເພີ່ມຈາກ 46 ບ່ອນ​ເປັນ 170 ບ່ອນ. ສອງ, ມີ​ຄວາມຮັບປະກັນ​ດ້ານ​ຂໍ້​ມູນ​ຂ່າວສານສູງຂຶ້ນ, ​ເພີ່ມ​​ເຂດ​ສື່​ມວນ​ຊົນຈາກ 2 ​ເຂດ​​ເປັນ 4 ​ເຂດ; ​ຂະໜາດ​ເຄືອ​ຂ່າຍ​ຄວາມ​ຖີ່ອິນ​ເຕີ​ເນັດ ເພີ່ມ​ຈາກ 100 G ​ເປັນ 1000 G ; ການ​ເຊື່ອມຕໍ່ອິນ​ເຕີ​ເນັດ​ເພີ່ມ​ຈາກ 36 ຊ່ອງຂຶ້ນ​ເປັນ 218 ຊ່ອງ; ເຂດ​ເຮັດ​ວຽກ ​ແລະ ຫ້ອງ​ຖະ​ແຫຼງຂ່າວ ລ້ວນ​ແຕ່​ນຳ​ໃຊ້ສັນຍານ WIFI ​ໂດຍ​ບໍ່​ເກັບ​ຄ່າ; ຄວາມ​​ໄວຂອງ​ອິນ​ເຕີ​ເນັດ​ເພີ່ມ​ຈາກ 4 G ຂຶ້ນ​ເປັນ 20 G. ສາມ, ​ໄດ້​ສ້າງ​ລະບົບ​ກວດກາການລົງ​ທະບຽນສະ​ເໜີ​ຊື່​ ​ແລະ ລະບົບ​ກວດກາ​ຄຳ​ຮ້ອງ​ຂໍ​ສຳພາດ​ຜູ້​ແທນ​ກອງ​ປະຊຸມ ຂອງ​ນັກ​ຂ່າວ​ຕ່າງປະ​ເທດ.​​ ສີ່, ສະໜອງ​ການ​ບໍລິການ​ຫ້ອງສຳພາດຂ່າວ​ສຳລັບ​ສື່​ຕ່າງໆ​ (Convergence Media) ​ເພື່ອ​ຕອບ​ສະໜອງ​ການ​ລາຍ​ງານ​ຂ່າວຂອງ​ສື່​ຕ່າງໆ​ໃຫ້​ວ່ອງ​ໄວ ​ແລະ ຫ້າ, ສະໜອງການ​ບໍລິການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ແບບ​ເຄື່ອນ​ທີ່ ​ໂດຍ​ນັກ​ຂ່າວ​ສາມາດ​ສອບ​ຖາມ ​ແລະ ຮັບ​ຮູ້​ເນື້ອ​​ໃນແລະ​ມາດ​ຕະການ​ຂອງ​ສູນ​ຂ່າວ​ດັ່ງກ່າວ ​ໂດຍ​ຜ່ານ​​ວີ​ເຊັດ​ສູນ​ຂ່າວຂອງ​ກອງ​ປະຊຸມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ