ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ສືບ​ຕໍ່​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ນິວ​ເຄ​ຣຍ​ອີ​ຮານ​ໃຫ້​ດີ
2017-10-11 17:12:40  cri 
ຕາມ​ຂ່າວ CRI: ຫວ່າງ​ມໍ່​ໆ​ມາ​ນີ້, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ກ່າວ​ວ່າ, ອີ​ຣານ​ໄດ້​ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ໃນ​ຂົງ​ເຂດ​ນິວ​ເຄຼຍ​ທີ່​ກຳ​ນົດ​ໄວ້​ໃນ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ. ຜູ້​ຕາງ​ໜ້າ​ລະ​ດັບ​ສູງ​ທີ່​ຮັບ​ຜິດ​ຊອບ​ການ​ຕ່າງ​ປະ​ເທດ​ແລະ​ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ຂອງ​ສະ​ຫະ​ພາບ​ເອີ​ລົບ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ແລະ​ເຢຍ​ລະ​ມັນ​ກໍ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ເຊັ່ນ​ດຽວ​ກັນ.

ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 10 ຕຸ​ລາ​ນີ້, ທ່ານ​ນາງ​ຮ້​ວາ​ຊຸນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ບັນ​ດາ​ຝ່າຍ​ສືບ​ຕໍ່​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ນິວ​ເຄຼຍ​ອີ​​ຣານ​ໃຫ້​ດີ. "ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ແມ່ນ​ໝາກ​ຜົນ​ສຳ​ຄັນ​ຂອງ​ລັດ​ທິ​ຫຼາ​ຍ​ຝ່າຍ, ​ແມ່ນ​ແບບ​ຢ່າງ​ທີ່​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ສາ​ກົນ​ໂດຍ​ຜ່ານ​ວິ​ທີທາງ​ການ​ເມືອງ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ກາ​ນ​ຮັກ​ສາ​ລະ​ບົບ​ບໍ່​ແຜ່​​ອາ​ວຸດ​ນີວ​ເຄຼຍ​ສາ​ກົນ​ແລະ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ, ໄດ້​ຮັບ​ຄວາມ​ເຫັນ​ພ້ອມ​ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ. ພວກ​ເຮົາ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຍຶດ​ໝັ້ນຄວາມ​ປາ​ຖະ​ໜາ​ດ້ານ​ການ​ເມືອງ​ຂອງ​ຕົນ, ສືບ​ຕໍ່​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ​ໃຫ້​ດີ, ​ເຊິ່ງ​ມັນ​ໄດ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ບັນ​ດາ​ຝ່າຍ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ