ພັກ​ກອມ​ມູນິດ​ກູ​ບາ​ຕີ​ລາຄາ​ສູງ​ຕໍ່​ຜົນ​ການ​​ແລກປ່ຽນຮ່ວມ​ມືລະຫວ່າງ​ສອງ​ພັກ​ກູ​ບາ-ຈີນ
2017-10-12 16:02:53  cri 

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໂຮ​ເຊ ຣາມອນ ບາ​ລາ​ເກີ ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ ທັງ​ເປັນ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ເດີນທາງ​ຢ້ຽມຢາມ​ຈີນ ​ແລະ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ ຫຼື CRI.

ທ່ານ​ບາ​ລາ​ເກີ ກ່າວ​ວ່າ: ພັກ​ກອມ​ມູນິດ​ກູ​ບາ ​ແລະ ພັກ​ກອມ​ມູນິດ​ຈີນ ​ໄດ້​ປະຕິບັດ​ຕໍ່​ກັນ​ຢ່າງຈິ​ງ​ໃຈ ທັງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ ການ​ໄປມາຫາສູ່​ແລກປ່ຽນ​ກັນ​ລະຫວ່າງ​ສອງ​ພັກ​ກໍ​ໄດ້​ຮັບ​ຜົນ​ຢ່າງຫຼວງຫຼາຍ. ຂະນະ​ທີ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພັກ​ກອມ​ມູນິດ​ຈີນ​ໄດ້​ດຳ​ເນີນ​ການ​ບໍລິຫານ​ພັກຢ່າງ​ເຂັ້ມງວດ​ແລະ​ຮອບດ້ານ ​ໂດຍ​ໄດ້​ຮັບ​ປະ​ສິດທິ​ຜົນ​ຢ່າງພົ້ນ​ເດັ່ນ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ຍິ່ງຕໍ່​ການ​ເພີ່ມ​ທະວີ​ແລະ​​ເສີມ​ຂະຫຍາຍ​ພາລະກິດ​ສ້າງສາ​ສັງຄົມ​ຂອງ​ສັງຄົມ​ນິຍົມ​ປະ​ເທດຈີນ.

​ເມື່ອ​ເວົ້າ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈະ​​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ທ່ານ​ບາ​ລາ​ເກີ ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ຈະ​ສາມາດປັບປຸງພາລະກິດ​ການ​ສ້າງສາ​ແລະ​ພັດທະນາ​ສັງຄົມ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ຕື່ມ​ອີກ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນຢ່າງ​ໜັກ​ແໜ້ນ​ວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ຈີນ​ຈະ​ສາມາດ​ຍາດ​ໄດ້ຜົນ​ງານທີ່​ສະຫງ່າ​ລາສີ​ຍິ່ງ​ຂຶ້ນ ​ແລະ ການ​ຮ່ວມ​ມືທີ່​ເຕັມ​ໄປ​ດ້ວຍໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ພັກ​ກູ​ບາ-ຈີນ ກໍ​ຈະ​ໄດ້​ຮັບ​ໝາກຜົນຫຼາຍຂຶ້ນກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ