ຂະ​ບວນລົດຄາຣາວານ "ວັດທະນະທຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ" ຄັ້ງທຳ​ອິດ​​ເລີ່​ມ​ເດີນທາງອອກ​ຈາກ​ໄທ
2017-10-12 17:11:54  cri 

ຂະ​ບວນລົດຄາຣາວານ​ "ວັດທະນະທຳ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ" ຄັ້ງທຳ​ອິດ​ ​​ເພື່ອ​ຊຸກຍູ້ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຈີນ​ແລະ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ເລີ່​ມ​ເດີນທາງອອກ​ຈາກ​ແຂວງ​ຊຽງຣາຍ ພາກ​ເໜືອ​ປະ​ເທດ​ໄທແລ້ວ​ໃນ​ວັນ​ທີ 11 ຕຸລາ​ນີ້.

​ເຈົ້າພາບ​ຈັດ​ກິດຈະກຳ​​ແຈ້ງໃຫ້​ຮູ້​ວ່າ: ຂະ​ບວນລົດຄາຣາວານ​​ດັ່ງກ່າວ ຈະ​ຢ້ຽມຢາມຫຼາຍ​ແຂວງ​ພາກ​ເໜືອ ​ແລະ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ປະ​ເທດ​ໄທ ​ທັງ​ຈະ​ຈັດ​ພິທີ​ຕ້ອນຮັບ​​ຢູ່​ນະຄອນຫຼວງບາງກອກ​ໃນ​ວັນ​ທີ 16 ຕຸລາ​ນີ້, ຈາກ​ນັ້ນກໍ​ຈະ​ເດີນທາງ​ມຸ່ງ​ໜ້າ​ສູ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ​ແລະ ນະຄອນຫຼວງວຽງຈັນ ປະ​ເທດ​ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ