CRI FM93 ທີ່ນະຄອນຫຼວງວຽງຈັນມີ​ບົດບາດ​ສຳຄັນ​ໃນ​ການເສີມ​ຂະຫຍາຍ​ຄວາມ​​ເຂົ້າ​ໃຈ​ແລະ​ມິດຕະພາບ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ປະຊາຊົນ​ຈີນ-ລາວ
2017-10-12 11:36:09  cri 


ທ່ານ​ຫວາງ​​ເຫວີ​ນທ່ຽນ​ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ​ເຈົ້າໜ້າ​ທີ່​ການ​ທູດ​ທ່ານ​ອື່ນໆ ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ CRI ທີ່​ນະຄອນຫຼວງວຽງ​ຈັນ ​ໃນ​ວັນ​ທີ 11 ຕຸລາ​ນີ້ ​ເພື່ອຮັບ​ຮູ້​ສະພາບ​ວຽກ​ງານ​ຂອງ​ສຳນັກງານ​ພວກ​ເຮົາ ທັງ​ໂອ້​ລົມ​ກັບ​ພະນັກງານ​ຊາວ​ລາວ​ແລະ​ຈີນ​ຢ່າງ​ສະໜິດສະໜົມ​ແລະ​ເປັນ​ກັນ​ເອງ​ອີກ​ດ້ວຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວາງ​​ເຫວີ​ນທ່ຽນ ​ໄດ້​ຢືນຢັນ​ຜົນງານ​ຂອງ​ສຳນັກງານ CRI ທີ່​ນະຄອນຫຼວງວຽງ​ຈັນ​ໃນ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຕໍ່​ປະຊາຊົນລາວ ຢ່າງ​ເຕັມທີ່ ​ໂດຍ​ກ່າວ​ວ່າ: ນັບ​ແຕ່ CRI FM93 ທີ່ນະຄອນຫຼວງວຽງຈັນ​ເລີ່​ມອອກ​ອາກາດ​ຕະຫຼອດ 10 ກວ່າ​ປີຜ່ານມາ ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຕ່າງໆ​ຕໍ່​ປະຊາຊົນ​ລາວ​ ​ດ້ວຍ​ເນື້ອ​ໃນ​ລາຍການທີ່​ອຸດົມສົມບູນ ​ແລະ ມີ​ກິດຈະກຳ​ແລກປ່ຽນ​ກັບ​ຜູ້​ຟັງ​ທີ່​ມີຫຼາກຫຼາຍສີສັນ ທັງ​​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ດ້ວຍ​ສື່ຫຼາຍຮູບ​ແບບ ​ເຊິ່ງ​ໄດ້​ເຊື່ອມ​ໂຍງ​ກັບ​ສັງຄົມ​ທ້ອງ​ຖິ່ນ ​ແລະ ຮ່ວມ​ມື​ກັບອຳນາດ​ການ​ປົກຄອງ​ ພ້ອມ​ດ້ວຍ​ອົງການ​ສື່​ຕ່າງໆຂອງລາວ​ຢ່າງ​ເລິກ​ເຊິ່ງ ​ແລະ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ເພື່ອຊຸກຍູ້ຄວາມ​​ເຂົ້າ​ໃຈ​​ເຊິ່ງກັນ​ແລະ​ກັນ ​ພ້ອມ​ທັງເສີມ​ສ້າງ​ມິດຕະພາບ​ ລະຫວ່າງ​ປະຊາຊົນ​ສອງ​ຊາດ, ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດຢ່າງ​ກວ້າງຂວາງ ກໍ​ຄືລົງ​ເລິກສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າ​ງສອງ​ປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫວາງ​ເຫວີ​ນທ່ຽນ ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ສຳນັກງານ CRI ທີ່​ນະຄອນຫຼວງວຽງ​ຈັນທີ່​ໄດ້​ປະກອບສ່ວນ​ຕໍ່​ສັງຄົມ​ທ້ອງ​ຖິ່ນ ​ໂດຍ​ກ່າວ​ວ່າ: ​ໃນ​ຖານະ​ທີ່​ເປັນ​ອົງການ​ສື່, ສຳນັກງານ CRI ​ໄດ້​ເອົາ​ໃຈ​ໃສ່​ສູງ​ຕໍ່​ກິດຈະກຳ​​ເພື່ອສາທາລະນະ​ປະ​ໂຫຍ​ດ ​ເຊິ່ງບໍ່​ວ່າຈະ​ເປັນ​ການລະດົມ​ເງິນບໍລິຈາກ​ໃຫ້​ແກ່​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ ຫຼືວ່າມ​ອບຕຳລາ​ສອນ​​​ແລະ​ປື້​ມ​ແບບຮຽນໃຫ້​ແກ່​ໂຮງຮຽນ​ທ້ອງ​ຖິ່ນ, ຊ່ວຍ​ແມ່ຍິງ​ພິການ​ຂອງ​ລາວ ​ແລະ​ອື່ນໆ ລ້ວນ​ແຕ່​ໄດ້​ຮັດ​ແໜ້ນ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ-ລາວ ​ແລະ​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ພາບ​ພົດ​ອັນ​ດີງາມ​ຂອງ​ສື່​ຕົນ.

ທ່ານ​ຫວາງ​ເຫວີ​ນທ່ຽນ ຍັງ​ຊີ້​ໃຫ້​ເຫັນ​ວ່າ: ລາວ​ແມ່ນ​ປະ​ເທດ​​ສຳຄັນ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຂະນະ​ທີ່​ສື່​ມວນ​ຊົນ​ກໍ​ເສີມ​ຂະຫຍາ​ຍບົດບາດ​ສຳຄັນ​​ເພີ່ມການ​ເຊື່ອມ​ສານ​ຄວາມ​ສຳພັນ​ມິດ​ໄມຕີ​ລະຫວ່າງ​ປະຊາຊົນ​ປະ​ເທດ​ຕ່າງໆ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຫວັງ​ວ່າ ສຳນັກງານ CRI ທີ່​ນະຄອນຫຼວງ​ວຽງ​ຈັນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​ໃນ​ຕໍ່ໜ້າ, ດຳ​ເນີນ​ກິດຈະກຳ​ຕ່າງໆ​ທີ່​ມີຫຼາກຫຼາຍສີສັນ ​ເພື່ອ​ປະກອບສ່ວນ​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ​ແລະ​ທາງ​ຈິດ​ໃຈ​ລະຫວ່າງ​ສອງ​ຊາດ ພ້ອມ​ທັງ​ເພີ່ມ​​ຄວາມ​​ເຂົ້າ​ໃຈ ​ແລະ ຮັດ​ແໜ້ນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ.

ປັດຈຸບັນ, CRI FM93 ທີ່ນະຄອນຫຼວງວຽງຈັນ ​ໄດ້​ອອກ​ອາກາດ​ລາຍການ​ຕ່າງໆ​ທີ່ເປັນ​ພາສາ​ລາວ 19 ຊົ່ວ​ໂມງ​ຕໍ່​ວັນ​ ​ໂດຍ​ມີ​ສັນຍານ​ປົກ​ຄຸມ​ທົ່ວນະຄອນຫຼວງວຽງ​ຈັນ ​ແລະ ​ແຂວງ​ອ້ອມ​ຂ້າງ ​ແລະ ກວມ​ເອົາປະຊາຊົນ​ເກືອບ 8 ​ແສນ​ຄົນ ​ໂດຍ​ທ່ານ​ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ລາວ ​ໄດ້​ຍ້ອງຍໍຕໍ່ CRI FM93 ວ່າ​ເປັນ "​ສຽງ​ແຫ່ງຈິດ​ໃຈທີ່​ເຊື່ອມ​ຕໍ່​ສອງ​ຊາດ​ລາວ​-ຈີນ" ​ແລະ ​ລັດຖະບານ​ລາວ​ກໍ​ໄດ້ມອບຫຼຽນກາ​ມິດຕະພາບ​ໃຫ້. ນອກຈາກ​ວິທະຍຸ​ກະຈາຍສຽງ​ແລ້ວ, CRI FM93 ຍັງ​ມີ​ເວັບ​ໄຊ​ພາສາ​ລາວ​, APP ​ແລະ ວາລະ​ສານພາສາ​ລາວທີ່​ມີ​ຊື່ວ່າ ພາ​ເພີນ ​ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຢ່າງຫຼວງຫຼາຍ ພ້ອມ​ທັງ​​ພິມ​ຈຳໜ່າຍ​ ​ແລະ ​ແປ​ພາສາ​ໃຫ້​ຮູບ​ເງົາ, ​ໂທລະພາບ ​ແລະ​ອື່ນໆອີກດ້ວຍ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ