ສູນ​ຂ່າວ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ຈັດຕັ້ງການ​ສຳພາດຂ່າວ​ຄັ້ງທຳ​ອິດ
2017-10-13 16:11:26  cri 

ວັນ​ທີ 12 ຕຸລາ​ນີ້, ສູນ​ຂ່າວ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ຈັດຕັ້ງການທ່ຽວ ​ແລະ ສຳພາດ​ຂ່າວ​​ເປັນຄັ້ງທຳ​ອິດ ​ໂດຍ​ມີນັກ​ຂ່າວ​ 35 ຄົນ​ທີ່​ມາຈາກ​ສື່​ຕ່າງໆ ທັງພາຍ​ໃນ​ແລະ​ຕ່າງປະ​ເທດ 25 ​ແຫ່ງ ​ໄດ້​ທ່ຽວ​ຊົມ​ສິ່ງ​ກໍ່ສ້າງ​ຄລາຊິກຕ່າງໆ ​ເຊັ່ນ ຫໍ​ປະຕູ​ຢົງ​ຕິ້ງ, ພູ​ຈິງ​ຊ່ານ, ຫໍ​ລະຄັງ​, ຫໍກອງ, ຫໍ​ໂອ​ລິ​ມປິກ ​ແລະ​ອື່ນໆ ​ເພື່ອ​ຮັບ​ຮູ້​ປະຫວັດ​ການ​ພັດທະນາ​ຂອງ​ນະຄອນຫຼວງປັກ​ກິ່ງ ທີ່​ມີ​ປະຫວັດສາດ​ເກົ່າ​ແກ່ຍາວ​ນານ ​ແລະ ສຳຜັດ​ກັບ​ຄວາມ​ຊີວິດ​ຊີວາ​ຂອງ​ນະຄອນຫຼວງທີ່​ເກົ່າ​ແກ່​ແຫ່ງ​ນີ້​ທີ່ປາກົດ​ຂຶ້ນນັບ​ແຕ່​​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນຕົ້ນ​ມາ.



1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ