ອາ​ເມ​ລິ​ກາ​ປະກາດ​ຖອນ​ອອກ​ຈາກ​ອົງການ​ອຸຍ​ເນັສ​ໂກ
2017-10-13 16:27:44  cri 

ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ໃນ​ວັນ​ທີ 12 ຕຸລາ​ນີ້ ​ໂດຍ​ຕົກລົງ​ຈະຖອນ​ອອກ​ຈາກ​ອົງການສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ຫຼື ​ອຸຍ​ເນັສ​ໂກ ສະຫະ​ປະຊາ​ຊາດ. ອີງ​ຕາມ​ມາດຕາ​ທີ່​ກ່ຽວຂ້ອງ, ການ​ຖອນ​ຕົວ​ຂອງ​ອາ​ເມ​ລິ​ກາ​ຈະ​ເລີ່​ມມີ​ຜົນ​ສັກສິດ​ໃນ​ວັນ​ທີ 31 ທັນວາ​ປີ 2018.

ທັງ​ນີ້ ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ​ໄດ້​ອອກຖະ​ແຫຼງການ​ໃນ​ວັນ​ດັ່ງກ່າວ​ວ່າ: ປະ​ເທດ​ຕົນ​ຕົກລົງ​ຖອນ​ອອກ​ຈາກ​ອົງການ​ອຸຍ​ເນັສ​ໂກ ​ໂດຍ​ຕົ້ນຕໍ​ພິຈາລະນາ​ເຖິງ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຕ່າງໆ ລວມທັງ​ຕິດ​ໜີ້​ຄ່າ​ສະມາຊິກ, ອົງການ​ອຸຍ​ເນັສ​ໂກຕ້ອງ​ການ​ປະຕິ​ຮູບ​ຢ່າງ​ເຖິງ​ກົກ​ເຖິງ​ຮາກ ​​ແລະ ອົງການ​ດັ່ງກ່າວ​ມີ​ຄວາມ​ລຳອຽງ​ຕໍ່​ອິສຣາ​ແອນ​ຢ່າງ​ຕໍ່​ເນື່ອງ.
ທ່ານ​ນາງ​ອີຣີນາ ​ໂບ​ໂກ​ວາ ຜູ້ອຳນວຍການ​ອົງການ​ອຸຍ​ເນັສ​ໂກ ​ໄດ້​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອົງການ​ຕົນ.

ຄວາມ​ຈິງ​ແລ້ວ, ​ເທື່ອ​ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອົງການ​ດັ່ງກ່າວ ຄື ​ເມື່ອ​ປີ 1984, ລັດຖະບານຣີ​ເກນ ສະຫະລັດ​ອາ​ເມ​ລິ​ກາ ກໍ​ໄດ້​ຕຳ​ໜິອົງການ​ອຸຍ​ເນັສ​ໂກ ​ມີ​ບັນຫາ​ຕ່າງໆ ​ເປັນຕົ້ນ ການ​ສໍ້​ລາດ​ບັງຫຼວງ ​ແລະ ການ​ຄຸ້ມ​ຄອງ​ບໍ່​ມີ​ລະບຽບ ຈຶ່ງ​ປະກາດ​ຖອນ​ອອກ​ຈາກ​ອົງການ​ດັ່ງກ່າວ ຈາກ​ນັ້ນຈົນ​ມາ​ເຖິງ​ປີ 2003, ອາ​ເມ​ລິ​ກາ​ຈຶ່ງ​ກັບ​ຄືນ​ເປັນ​ສະມາຊິກ​ອົງການ​ດັ່ງກ່າວ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ