ກອງ​ປະ​ຊຸມ​ສຳ​ມະ​ນາ​ "ຊຸກ​ຍູ້​ການ​ເຕີບ​​ໂຕ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄທ-ຈີນ​" ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ
2017-10-13 17:03:03  cri 
ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຕີບ​​ໂຕ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄທ-ຈີນໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນຕອນ​ບ່າຍ​ວັນ​ທີ 11 ຕຸ​ລາ​ນີ້ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ສັງ​ຄົມ​ໄທ​ເຂົ້າ​ໃນ​ນັກ​ທ່ອງ​ທ່ຽວ​ຈີນ​ຢ່າງ​ຖືກ​ຕ້ອງ,ບັນ​ລຸ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ,ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ທິດ​​ທາງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ການທ່ອງ​ທ່ຽວ​ໄທ​ແລະ​ຈີນ ໂດຍ​ມີ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ​ປະ​ມານ 100 ຄົນ​ເຂົ້າ​ຮ່ວມ.

ຜູ້​ຕາງ​ໜ້າ​ທະ​ນາ​ຄານ​ທະ​ຫານ​ໄທ​ກ່າວໃນ​ກອງ​ປະ​ຊຸມ​ວ່າ: ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໄທ​ໄດ້​ອາ​ໄສ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໃນ​ລະ​ດັບ​ໃດ​ໜຶ່ງ​,ສ່ວນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄທ​ແມ່ນ​ຕັດ​ສິນ​ຢູ່​ນຳຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ. ປີ​ກາຍ​ນີ້, ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນ​ໄດ້ກວມ 1 ສ່ວນ 3 ຂອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ,​ສຳ​ລັບ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄທ​ແລ້ວ,ນັກ​ທ່ອງ​ທ່ຽວ​ຈີນ​ອາດ​ເວົ້າ​ໄດ້​ວ່າ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ