​ການ​ຈຳ​ໜ່າ​ຍຍ່ອຍ​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດ​ປະ​ຈຳ​ປີຢູ່​ຊົນ​ນະ​ບົດ​ຂອງ​ຈີນ​​ມີ​ເກືອບ 900 ຕື້ຢວນ
2017-10-13 17:03:59  cri 
ຕາມ​ຂ່າວCRI: ກອງ​ປະ​ຊຸມ​ຫົວ​ຂໍ້​ຕົ້ນ​ຕໍ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຊົນ​ນະ​ບົດ​ຈີນ​ຄັ້ງ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ລີ້​ສຸຍ​ແຂວງ​ເຈີ້​ຈ່ຽງ​ຈີນ​ໃນ​ວັນ​ທີ 12 ຕຸ​ລາ​ນີ້​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຊົນ​ນະ​ບົດ​ຈີນ(2016-2017)". ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຈຳ​ໜ່າຍ​ຍ່ອຍ​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດ​ຢູ່​ຊົນ​ນະ​ບົດ​ຂອງ​ຈີນ​ໃນ​ປີ 2016 ໄດ້​ມີ​ມູນ​ຄ່າ​ເຖິງ 894 ຕື້ 540 ລ້ານຢວນ, ຮ້ານ​ອິນ​ເຕີເນັດຢູ່​ຊົນ​ນະ​ບົດ​ໄດ້​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍກວ່າ 20 ລ້ານ​ຄົນ, ຮ້ານ​ເອ​ເລັກ​ໂຕ​ຣ​ນິກ​ຢູ່​ຊົນ​ນະ​ບົດ​ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ຜູ້​ຮັບ​ຜິດ​ຊອບ​ສູນ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ສາ​ກົນ​ຈີນ​ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຈຳ​ໜ່າຍ​ຍ່ອຍ​ສິນ​ຄ້າທາງ​ອິນ​ເຕີ​ເນັດ​ຢູ່​ຊົນ​ນະ​ບົດ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ຕໍ່​ເນື່ອງ, ເມືອງ​ແບບ​ຢ່າງ​ສັງ​ລວມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ເຂົ້າ​ສູ່​ຊົນ​ນະ​ບົດ​ໄດ້​ກາຍ​ເປັນ​ເມືອງນຳ​ໜ້າ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຊົນ​ນະ​ບົດ, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ກໍ່​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ຈະ​ແຈ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ