ທູ​ຕາ​ນຸທູດ​ປະ​ຈຳ​ຈີນ​ແລະ​ຜູ່​ຊ່ຽວ​ຊານ​ບັນ​ດາ​ປະ​ເທດ​ຊົມ​ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ " 5 ປີ​ທີ່ບຸກ​ໜ້າ​ບືນ​ຕົວ"
2017-10-14 16:14:23  cri 

ວັນ​ທີ 13 ຕຸ​ລາ​ນີ້, ​ ​ ກະ​ຊວງ​ການ​ຕ່​າງ​ປະ​ເທດ​ຈີນ, ກະ​ຊວງ​ການ​ຄ້າ​ຈີນ​ແລະ​​ອົງ​ການ​ຜູ່​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້​ເຊີນທູ​ຕາ​ນຸ​ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ​ຈີນ, ບຸກ​ຄົນ​ວົງ​ການ​ວິ​ສາ​ຫະ​ກິດ​ແລະ​ຜູ່​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຈີນ​​ເດີ​ນ​ທາງ​ໄປ​ຫໍ​ວາງ​ສະ​ແດງ​ປັກ​ກິ່ງເພື່ອຊົມ​ງານ​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ຂະ​ໜາດ​ໃຫຍ່ " 5 ປີ​ທີ່ບຸກ​ໜ້າ​ບືນ​ຕົວ". ງານ​ວາ​ງ​ສະ​ແດງ​​ຄັ້ງ​ນີ້ແບ່ງເປັນ 10 ​ເຂດ​ວາງ​ສະ​ແດງ​ຫົວ​ຂໍ້​ຫຼັກແລະ​1 ເຂດ​ສຳ​ຜັດ​ພິ​ເສດ, ​ໄດ້ແນະ​ນຳ​ຜົນ​ສຳ​ເລັດ​ໃໝ່​ແຫ່ງ​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ຈີນຢ່າງ​ຮອບ​ດ້ານ, ທິດ​ສະ​ດີ​ໃໝ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ໃນ​ການປົກ​ຄອງ​ປະ​ເທດ​ແລະ​ການ​ປ່ຽນ​ແປງ​ໃໝ່​ຂອງ​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

ທ່ານ​ອາ​ເມີ ກາວ ໂອ ​ຜູ້​ສ້າງຕັ້ງ​ກຸ່ມອີນ​ຟີ​ນີ​ຕີ ເຊິງ​ເປັນ​ວິ​ສາ​ຫະ​ກິດ​ລົງ​ທຶນ​ທີ່​ມີ​ຊື່​ສຽງ​ຂອງ​ອິ​ສ​ຣາ​ແອນ​ກ່າວ​ວ່າ,ໃນ 5 ປີ​ທີ່​ຜ່ານ​ມາ, ເສດ​ຖະ​ກິດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ, GDP ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ແລະ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​​ກໍດີ​ຂຶ້ນ​ຢ່າງ​ໃຫຍ່​ຫຼວງ, 5 ປີ​ທີ່​ຜ່ານ​ມາ​ແມ່ນ 5 ປີ​ທີ່​ມີ​ຜົນ​ສຳ​ເລັດ​ຫຼາຍ​ທີ່​ສຸດ. ຈີນ​ໄດ້​ສະ​ເໜີ ​ຂໍ້​ລິ​ເລີ່ມ " ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" , ປະ​ເທດ​ອ້ອມ​ແອ້ມ​ມີ​ຄວາມ​ຫ້າວ​ຫັນ​ທີ່​ເຂົ້າ​ຮ່ວມ ​ເຊິ່ງສາ​ມາດ​ຊ່ອຍ​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດນຳພາ​ໃນ​ດ້ານ​ໂລ​ກາ​ວິ​ວັດ, ​ແລະ​ນຳພາ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ສົມ​ດຸນ.

ທ່ານ​​ແດ​ວິດ ອາບ​ເຊຍ​ອູ​ຣີ ເອກ​ອັດ​ຄະ​ລັດ​ຖະ​​ທູດ​ຊັອກ​ຊີ​​ປະ​ຈຳກ່າວ​ວ່າ, ຈີນ​​ໄດ້​ເດີນແລ່ນ​ຕາມ​ເສັ້ນ​ທາງ​ທີ່​ພັດ​ທະ​ນາ​ໂດຍ​ສັນ​ຕິ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ. ​ແລະຄຽງ​ຄູ​ກັບ​ກຳ​ລັງ​ສັງ​ລວມ​ຂອງ​ຈີນ​ຍົກ​ສູງ​ຂຶ້ນ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ໜ້າ​ທີ່ຮັບ​ຜິດຊອບ​ໃນ​ຖານ​ເປັນ​ປະ​ເທດ​ໃຫຍ່​ໃນ​ຂະ​ບວນ​ການ​ປົກ​ຄອງ​ທົ່ວ​ໂລກ, ​ຂະ​ນະ​ດຽວ​ກັນ, ໂດຍ​ຜະເຊີນ​ໜ້າ​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ, ຈີນ​ໄດ້​ອຸ​ທິດ​ສະ​ຕິ​ປັນ​ຍາ​ແລະ​ແຜນ​ການ​ຂອງ​ຕົນ, ຊຸກ​ຍູ້​ບັນ​ດາ​ປະ​ເທດຮັບ​ມື​ກັບ​ວິ​ກິດ​ການ​ພ້ອມ​ກັນ​ແລະໄດ້​ຮັບ​ຜົນ​ສຳ​ເລັດ​ຮ່ວມ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ