ທ່ານ​ທ​ຣຳ​ຈະ​ປະ​ຕິ​ເສດ​​ບໍ່ຢືນ​ຢັນ​ວ່າ​ອີ​ຣານ​ປະ​ຕິ​ບັດຕາມ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ໃຫ້​​ລັດ​ຖະສະ​ພາ
2017-10-14 16:57:04  cri 

ວັນ​ທີ 13 ຕຸ​ລາ​ນີ້ ທ່ານ​ໂດ​ນັນ ທ​ຣຳ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້ກ່າວປາ​ໄສ​ຢູ່​ທຳ​ນຽບ​ຂາວເພື່ອປະ​ກາດ​ຍຸດ​ທະ​ສາດ​ໃໝ່​ສຸດ​ຂອງ​ອາ​ເມ​ລິ​ກາ​ຕໍ່​ອີ​ຣານ. ທ່ານ​​ໄດ້​ຕິ​ຕຽນ​ອີ​ຣານ​ບໍ່​​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ແລະ​​ໄດ້ລະ​ເມີດ​ສັນ​ຍາ​ໃນ​ຫຼາຍ​ດ້ານ, ສະ​ນັ້ນ, ທ່ານ​ຈະ​ບໍ່​ຢືນ​ຢັນ​ວ່າ​ອີ​ຣານ​​ປະ​ຕິ​ບັດຕາມ​ຄຳ​ໝັ້ນ​ສັນ​ຍາຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ໃຫ້​​ລັດ​ຖະສະ​ພາ. ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ກ່າວ​ວ່າ, ຖ້າ​ລັດ​ຖະ​ບານ​ບໍ່​ສາ​ມາດ​ກ້າວ​ເຖິງ​​ຂັ້ນ​ຕົກ​ລົງແຜນ​ການ​ແກ້​ໄຂ​ສະ​ບັບ​ໃໝ່​ກັບ​ລັດ​ຖະ​ສະ​ພາແລະ​ພັນ​ທະ​ມິດ​ຂອງ​ອາ​ເມ​ລິ​ກາ, ​ປະ​ເທດ​ຕົນກໍ່​ກຽມ​​ພ້ອມແລ້ວ​ທີ່​​ຈະຖອນ​​ອອກຈາກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ.

ອີງ​ຕາມ​ການ​ກຳ​ນົດ​ກ່ຽວ​ຂ້ອງ, ຂະ​ແໜງ​ການ​ບໍ​ລິ​ຫານ​ອາ​ເມ​ລິ​ກາ​ຕ້ອງ​ສະ​ເໜີ​ບົດ​ລາຍ​ງານ​ໃຫ້​​ລັດ​ຖະສະ​ພາ​​ໃນ​ແຕ່​ລະ 90 ມື້​ໂດຍປະ​ເມີນ​​ວ່າອີ​ຣານ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ຫຼື​ບໍ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ